ນັບຕັ້ງແຕ່ໂຄວິດ-19 ເດີນທາງມາຮອດອັງກິດ ກໍໄດ້ແຜ່ລະບາດໄປຢ່າງໄວວາ ແລະ ສະຖານະການກໍເອີ້ນໄດ້ວ່າວິກິດ ສະນັ້ນ ລັດຖະບານຈື່ງຈໍາເປັນຕ້ອງປະກາດການ Lock down ທົ່ວປະເທດຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນອອກນອກບ້ານດ້ວຍເຫດຈໍາເປັນເທົ່ານັ້ນ ແລະ ມາດຕະການ Lock down ນີ້ຈື່ງເຮັດໃຫ້ຫຼາຍຄອບຄົວຕ້ອງແຍກຈາກກັນ ເຊັ່ນດຽວກັບຄອບຄົວນີ້…
Website Daily mail ລາຍງານວັນທີ 18 ພຶດສະພາ 2020 ທີ່ຜ່ານມາວ່າ ແອນໂຣນີ ຄໍວິນ ຊາຍໜຸ່ມອາຍຸ 29 ຜູ້ທີ່ອາໄສຢູ່ໃນເມືອງ stamford ທາງພາກໃຕ້ຂອງເກາະອັງກິດ ລາວຄິດຮອດພໍ່ເຖ້າແມ່ເຖົ້າຂອງລາວຫຼາຍ ໂດຍສະເພາະແມ່ນແມ່ເຖົ້າ
ແມ່ເຖົ້າຂອງ ແອນໂຣນີ ເປັນຫົວໜ້າຄອບຄົວ ແລະ ເປັນແມ່ຍິງທີ່ເກັ່ງ ລາວມີລູກ 3 ຄົນ ແລະ ລ້ຽງລູກຫຼາຍດ້ວຍຄວາມນຮັກ ການແຍກຫ່າງຈາກລູກຫຼານນັ້ນຈື່ງເຮັດໃຫ້ລາວເປັນທຸກບໍ່ໜ້ອຍເລີຍ ດ້ວຍເຫດນີ້ ໜຸ່ມ ແອນໂຣນີ ຈື່ງຕັດສິນໃຈເດີນທາງໄປຫາແມ່ເຖົ້າຂອງລາວ ແຕ່ດ້ວຍມາດຕະການ Social Distancing ກໍເປັນສິ່ງສໍາຄັນ ແຕ່ເມື່ອໄປຫາແມ່ເຖົ້າ ລາວກໍຢາກກອດແມ່ເຖົ້າ ໜຸ່ມຄົນນີ້ຈື່ງຕັດສິນໃຈຄົ້ນຄິດ ແລະ ປະດິດ ຜ້າກັັ້ງອ້ອມກອດກັນພະຍາດ ຂຶ້ນມາ ໂດຍໄປຊື້ອຸປະກອນມາເຮັດ ຜ້າກັ້ງອ້ອມກອດກັນພະຍາດ ປະມານ 70 ປອນ ເມື່ອເຮັດສໍາເລັດແລ້ວ ລາວກໍນໍາເອົາຜ້າມ່າ່ນນີ້ ບຸກໄປ Surprise ແມ່ເຖົ້າຂອງລາວ
ແມ່ເຖົ້າຂອງໜຸ່ມ ແອນໂຣນີ ຕື່ນເຕັ້ນດີໃຈຕັ້ງແຕ່ວິນາທີທໍາອິດທີ່ໄດ້ເຫັນໜ້າຫຼາຍຊາຍສຸດທີ່ຮັກ ລາວໄດ້ຍ່າງເຂົ້າໄປຜ້າກັ້ງ ຫຼັງຈາກນັ້ນ ທັງສອງກໍໄດ້ກອດກັນ ໃນຮອບ 2 ເດືອນກວ່າ ຈື່ງເກີດເປັນເລື່ອງລາວ ທີ່ນ່າຮັກ ແລະ ອົບອຸ່ນ ຈົນເຮັດໃຫ້ ພັນລະຍາຂອງ ແອນໂທນີ່ ອົດໃຈບໍ່ໄດ້ທີ່ຈະບັນທຶກຄວາມປະທັບໃຈນີ້ ໂພສ ແລະ ແຊຣ໌ລົງເຟສບຸກ ຈົນກາຍເປັນຄລິບທີ່ມີຄົນເຂົ້າໄປເບິ່ງຫຼາຍກວ່າ 4,7 ລ້ານເທື່ອ ແລະ ແຊຣ໌ 184,000 ເທື່ອ
ແຕ່ລະຄົນຕ່າງກໍພາກັນປະທັບໃຈກັບເລື່ອງລາວແບບນີ້ ທີ່ເກີດຈາກຄວາມຄິດສ້າງສັນ ທີ່ເຮັດໃຫ້ແມ່ເຖົ້າ ແລະ ຫຼານຊາຍໄດ້ກັບມາກອດກັນອີກຄັ້ງໂດຍບໍ່ຕ້ອງກັງວົນຕິດໂຄວິດ… ເຊື່ອວ່າຫຼາຍຄົນອາດຈະສາມາດນໍາເອົາໄປປະຕິບັດຕາມກໍໄດ້ ເພາະວ່າການໄດ້ກອດຄົນທີ່ເຮົາຮັກ ຫຼັງຈາກທີ່ບໍ່ໄດ້ພົບກັນເປັນເວລາດົນ ແອັດວ່າມັນເປັນສິ່ງທີ່ມີຄ່າຫຼາຍ
