Breaking News

ສິ້ນສຸດການລໍຄອຍ!!! ປະເທດລາວປອດໄພຈາກໂຄວິດ-19… ເກືອບ 2 ເດືອນບໍ່ພົບຜູ້ຕິດເຊື້ອເພີ່ມ-ຜູ້ຕິດເຊື້ອເກົ່າອອກໂຮງໝໍໝົດແລ້ວ

ແບ່ງປັນ

ເປັນຂ່າວດີທີ່ປະຊາຊົນລາວທົ່ວປະເທດລໍຄອຍ ມື້ນີ້ ວັນທີ 9 ມີຖຸນາ 2019 ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ອອກມາແຈ້ງຂ່າວ່າ #ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງສປປລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28/3/2020 ໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍມື້ນີ້ 9/6/2020 ເປັນຄົນສຸດທ້າຍ. ໂດຍປັດຈຸບັນປະເທດລາວເຮົາແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ມາເປັນເວລາເກືອບ 2 ເດືອນແລ້ວ ແລະຜູ້ປ່ວຍສະສົມຈໍານວນ 19 ຄົນ ກໍໄດ້ອອກໂຮງໝໍທັງໝົດແລ້ວ ນັ້ນສະແດງຄວາມ ປະເທດເຮົາຫຼຸດພົ້ນອອກຈາກພະຍາດຮ້າຍ ໂຄວິດ-19 ແລ້ວນັ້ນເອງ…

Image may contain: one or more people, people standing and text

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

ແບ່ງປັນ