ເນື່ອງຈາກ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້. ດັ່ງນັ້ນ, ເມື່ອວັນທີ8 ມິຖຸນາ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ໃນນາມເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ໄດ້ແຕ່ງຕັ້ງ ຮອງອັນດັບ 1 Miss Teen Laos 2019 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos 2020 ຢ່າງເປັນທາງການ ຕາມກົດລະບຽບຂອງກອງປະກວດ.
ຫຼ້າສຸດ ມະຍຸລີ ຊູຕັນນຸວົງ ຫລືສາວແອ່ນຈີ້ ກໍໄດ້ອອກມາໂພສຜ່ານເພສບຸກສ່ວນຕົວວ່າ: “ເຫມືອນຄວາມຝັນໄດ້ກັບຄືນມາໃຫມ່ ແລະ ກາຍເປັນຈິງ ແອ່ນຈີ້ ຂໍຂອບໃຈໂອກາດທີ່ດີທີ່ສຸດໃນການໄດ້ຮັບຕຳແຫນ່ງ Miss Teen Laos 2020 ຫລັງຈາກທີ່ໄດ້ດຳລົງຕຳແຫນ່ງເປັນຮອງອັນດັບຫນຶ່ງປີ 2019 ຄົບ 1ປີເຕັມ ກໍ່ຖືວ່າພູມໃຈທີ່ສຸດແລ້ວແຕ່ພໍໄດ້ຮັບໂອກາດທີ່ຍິ່ງໃຫຍ່ໃນຄັ້ງນີ້ ແອ່ນຈີ້ ພູມໃຈທີ່ສຸດ ພ້ອມຈະເຮັດຫນ້າທີ່ໃຫ້ດີທີ່ສຸດ ແລະ ເປັນແບບຢ່າງທີ່ດີຂອງໄວຫນຸ່ມລາວທົ່ວປະເທດ ຈະປະຕິບັດທຸກຫນ້າທີ່ຢ່າງຫ້າວຫັນ ໃນ 1ປີ ຕໍ່ຈາກນີ້ໃຫ້ດີທີ່ສຸດ ແລະ ພ້ອມຈະພັດທະນາຕົນເອງທຸກໆມື້ ຂໍຂອບໃຈທຸກກຳລັງໃຈທີ່ມອບໃຫ້ ແອ່ນຈີ້ ຕະຫລອດມາ, ຂອບໃຈຄອບຄົວທີ່ຄອຍຢູ່ຄຽງຂ້າງທຸກເວລາ, ທີ່ສຳຄັນຂອບໃຈ ກອງປະກວດ Miss Teen Laos ແລະ ບໍລິສັດ ກ້າວຫນ້າລາວ ເອັນເຕີເທັນເມັນ ຈຳກັດ.
ແອ່ນຈີ້ ພ້ອມແລ້ວທີ່ຈະປະຕິບັດຫນ້າທີ່ອັນຊົງກຽດຄັ້ງນີ້ ໃນຖານະ Miss Teen Laos 2020 ❤️?”
ຂອບໃຈຮູບພາບຈາກ: Angie Soutannouvong