1. ແຕ່ງຕັ້ງທ່ານຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ.
2. ທ່ານທີ່ຖືກແຕ່ງຕັ້ງຕ້ອງປະຕິບັດພາລະ,​ ບົດບາດ,​ ໜ້າທີ່,​ ຂອບເຂດສິດ ແລະຄວາມຮັບຜິດຊອບຢ່າງຖືກຕ້ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ວາງອອກ,​ ພ້ອມນັ້ນໃຫ້ສະຫຼຸບຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽງງານ ແລ້ວລາຍງານຄະນະນຳກະຊວງພະລັງງານ ແລະບໍ່ແຮ່ປົກກະຕິຕາມລະບຽບການ.​
3. ຫ້ອງການກະຊວງການເງິນ, ກົມຈັດຕັ້ງ ແລະພະນັກງານ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະການປະກັນໄພ,​ ກະຊວງພະລັງງານ ແລະບໍ່ແຮ່,​ ລັດວິສາຫະກິດໄຟຟ້າລາວ ທ່ານທີ່ຖືກແຕ່ງຕັ້ງ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

4. ຂໍ້ຕົກລົງສະບັບນີ່ມີຜົນສັກສິດຕັ້ງແຕ່ລົງລາຍເຊັນ ໂດຍ ທ່ານລັດຖະມົນຕີກະຊວງການເງິນ ສົມດີ ດວງດີ

ສ່ວນວ່າສາເຫດທີ່ເຮັດໃຫ້ຕ້ອງມີການແຕ່ງຕັ້ງ ຜູ້ອໍານວຍການຄົນໃໝ່ ແມ່ນຍັງບໍ່ໄດ້ມີການເປີດເຜີຍ… ແຕ່ຫວັງຢ່າງຍິ່ງວ່າການຕັດສິນໃຈປ່ຽນແປງຂອງທາງລັດຖະບານຄັ້ງນີ້ ຈະສາມາດຊ່ວຍເຫຼືອປະຊາຊົນກ່ຽວກັບຄ່າຊົມໃຊ້ໄຟຟ້າໄດ້…

Andrew and Paula: 06/01/2013 - 07/01/2013