ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DHI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!!
ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດເມື່ອວັນທີ 3 ຕຸລາ 1990 ເມືອງ Apulia ປະເທດອີຕາລີ ເຊື້ອຊາດອີຕາລີ ອາຍຸ 30 ປີ ສູງ 189 ຊັງຕີແມັດ ເປັນນັກສະແດງທີ່ມີຄວາມສາມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນກິລາຍິມນາສຕິກ (ກິລາໃຊ້ຮ່າງກາຍ, ໂດດເຕັ້ນດ ຕີລັງກາ), ຂີ່ມ້າ, ລອຍນ້ຳ ແລະ ເຕັ້ນ (ເຕັ້ນເກັ່ງຫຼາຍ) ປັດຈຸບັນໂສດເດີ້ຢູ່ສາວໆ (ເປັນ Single Dad)
Michele Morrone ເຄີຍແຕ່ງງານກັບສາວ Designer ຊາວເລບານອນຊື່ Rouba Saadeh ຜູ້ກໍ່ຕັ້ງແບນ Le Paradis Des Fous ທັ້ງສອງຄົບກັນປະມານ 1 ປີ ກ່ອນຈະແຕ່ງງານໃນປີ 2014 ມີລູກຊາຍນຳກັນ 2 ຄົນ ແຕ່ຊີວິດຄູ່ກໍຈົບລົງເມື່ອປີ 2018.
ໂດຍໜຸ່ມ Michele Morrone ເປີດເຜີຍວ່າ ການຍ່າໃນຄັ້ງນີ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຈິດໃຈຂອງລາວຫຼາຍ ຈົນເຮັດໃຫ້ເກີດເປັນພາວະຊຶມເສົ້າ ຕ້ອງໄປເຮັດວຽກໃນສວນໃນໝູ່ບ້ານທີ່ຫ່າງໄກ ແລະ ຕອນນັ້ນກໍບໍ່ມີເງິນຕິດຕົວເລີຍ. ແຕ່ແນວໃດກໍຕາມ ເຖິງວ່າອາະດີດພັນລະຍາບໍ່ໄດ້ຢູ່ນຳກັນແລ້ວ ແຕ່ທັງຄູ່ກໍຍັງລ້ຽງລູກຊາຍນຳກັນຢູ່ນັ້ນເອງ
ຍ້ອນຄືນກັບໄປຕອນທີ່ Morrone ອາຍຸໄດ້ 28 ປີ ເຂົາໄດ້ຮັບຊັບສິນ 5 ລ້ານຫຼຽນ (ປະມານ 40 ກວ່າຕື້ກີບ ຖ້າແອັດຄຸນບໍ່ຜິດ 555) ເພື່ອປະກອບອາຊີບເປັນສິນລະປິນ ແລະ ໄດ້ເຮັດວຽກໃນວົງການຕະຫຼອດມາ ແລະເຊື່ອວ່າ່ຫຼັງຈາກນີ້ຄ່າໂຕເຂົາເພີ່ມຂຶ້ນຈາກການສະແດງທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກຈາກເລື່ອງ 365 DNI
ກ່ອນໜ້ານີ້ Morrone ເຄີຍມີຜົນງານທາງ Netflix ມາກ່ອນຊື່ເລື່ອງ The Trial ແຕ່ບໍໄດ້ຮັບຄວາມສົນໃຈເທົ່າເລື່ອງທີ່ຫາກໍເປີດຕົວຄື 365 DNI ໃຜທີ່ຍັງບໍ່ໄດ້ເບິ່ງກໍຟ້າວໄປຫາມາເບິ່ງກັນສາເດີ້ ດຽວຊິລົມກັບໝູ່ບໍ່ຮູ້ເລື່ອງ (ເລື່ອງພະເອກຫລໍ່ແຮງງງງງ)
Cr :e-talenta.eu,networthspedia,republicworld,iammichelemorroneofficial