ເຖີງວ່າໃນວັນທີ 14 ມີຖຸນາ ທີ່ຜ່ານມາຈະກົງກັບວັນເກີດຂອງປະທານາທິບໍດີ ໂດຮັລ ທຣັ້ມ ແຕ່ບັນດາຄົນດັງ ແລະ ຜູ້ຄົນຈໍານວນຫຼາຍທີ່ອາໃສຢູ່ໃນ ສ.ອາເມລິກາ ໄດ້ໂພສຂໍ້ຄວາມຜ່ານ Twitter ໂດຍໃຊ້ວັນດັ່ງກ່າວເພື່ອສະເຫຼີມສະຫຼອງຄວາມສໍາເລັດ ແລະ ຍົກຍ່ອງ ອະດີດປະທານາທິບໍດີ ບາຣັກ ໂອບາມ່າ ແທນໂດຍໃຊ້ແຮັດແທັກ #Obama Day June 14th, #Obama Appreciation Day, #Obama Day USA ແລະ #All Birthdays Matter ເປັນຕົ້ນ. ສໍາລັບ #ObamaAppreciationDay ສາມາດຂຶ້ນອັນດັບ 1 ດ້ວຍຍອກ Twit ຫຼາຍກວ່າ 250,000 ครั้ง ສ່ວນ #HappyBirthdayDonaldTrump ຕິດຢູ່ທີ່ອັນດັບທີ 24.
ສໍາລັບຄົນດັງທີ່ໄດ້ອອກມາສະຫຼອງໃຫ້ກັບ ທ່ານ ໂອບາມ່າ ມີທັງຜູ້ກໍາກັບ Ava DuVernay, Mariah Carey, Naomi Campbell, Ken Jeong, George Takei ຈາກຮູບເງົາເລື່ອງ Star Wars, Snoop Dogg, 50 Cent, Amber Riley ຈາກເລື່ອງ Glee, Cyndi Lauper ແລະ Christina Perri ເປັນຕົ້ນ. ໂດຍສ່ວນຫຼາຍແຕ່ລະຄົນຈະເລືອກຮູບພາບທີ່ຕົວເອງເຄີຍຖ່າຍຮ່ວມກັບ ອະດີດປະທານາທິບໍດີ ພ້ອມຂໍ້ຄວາມໃຫ້ກໍາລັງໃຈ ແລະ ຄິດຮອດວັນວານ…
ນອກຈາກນັ້ນ #AllBirthdaysMatter ຍັງຖືກນໍາມາໃຊ້ເພື່ອເປັນການຍົກຍ່ອງວ່າວັນເກີດຂອງທຸກຄົນສໍາຄັນທັງໝົດ ບໍ່ແມ່ນພຽງແຕ່ ໂດນັລ ທຣັ້ມ ແລະ ຫຼາຍຄົນກໍໄດ້ໂພສລາຍຊື່ຂອງບຸກຄົນຜິວສີທີ່ເສຍຊີວິດ ເພາະບັນຫາທີ່ເຊື່ອມໂຍງກັບການຫຍຽດຫຍາມເຊື້ອຊາດ ເຊິ່ງພວກເຂົາຈະບໍ່ມີວັນໄດ້ສະເຫຼີມສະຫຼອງວັນເກີດອີກ…
ອ້າງອີງ: https://www.billboard.com/…/mariah-carey-ciara-celebrate-ob…
ຮູບພາຈາກ: @MariahCarey / Twitter