ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ???

ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!!











ຮູບພາບຈາກ: Ananda’s Svk