ເປັນເລື່ອງເສົ້າອີກເລື່ອງໜຶ່ງຂອງວົງການບັນເທີງໄທ ກັບການຈາກໄປຂອງ ແຊມ ສຸກພະຫວັດ ນັກຮ້ອງເຈົ້າຂອງເພງ ນອນນ້ອຍ ທີ່ຫາກໍຂໍແຟນແຕ່ງດອງວາງແຜນໄວ້ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່ເສົ້າໄປກວ່ານັ້ນຄືຕົນເອງກຳລັງຈະໄດ້ສ້າງຄອບຄົວ ເພາະຫາກໍຂໍແຟນສາວແຕ່ງດອງ ແຕ່ຕົນຕ້ອງມາຈາກໄປກ່ອນ ແບບກະທັນຫັນ ດ້ວຍໄວ 40 ປີ ດ້ວຍອາການຫົວໃຈວາຍ
ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know) ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ.
ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ Bytedance ບໍລິສັດ Tech ທີ່ພັດທະນາ Platform ຕິກຕັອກໃນປະເທດໄທອີກດ້ວຍ.
ແຕ່ໜ້າເສຍດາຍທີ່ ພາຍຫຼັງເລີ່ມຕັ້ງຕົວໄດ້ ແລະມີຄົນຮັກ ກຳລັງຂໍແຟນແຕ່ງງານ ຢູ່ໃນລະຫວ່າງການລໍຖ້າງານວັນແຕ່ງ ມາໃຊ້ຊີວິດຄູ່ກັບສາວຄົນຮູ້ໃຈນ້ອງລູກໝີ ສິຣິພອນແຟນສາວນອກວົງການກໍ່ຕ້ອງມາເສຍຊີວິດເພາະໂລກຫົວໃຈວາຍ!!!!ຄວາມຮັກຂອງສອງຄົນຈິ່ງເຫຼືອໄວ້ພຽງຄວາມຄິດຮອດກັນ ແລະກັນຕະຫຼອດໄປ.
ແຟນຄັບທັງໄທ-ລາວ, ຄອບຄົວ, ໝູ່ເພື່ອນ ຄົນຮັກກໍເສຍໃຈ ແລະຮ່ວມອາໄລຢ່າງສຸດຊື້ງຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາອີກ