ເວລາສົນໃຈສິນຄ້າທີ່ໂພສຂາຍທາງອອນລາຍໃຜໆກໍຢາກຮູ້ລາຄາກ່ອນ ເມື່ອບໍ່ເຫັນລາຍລະອຽດລາຄາ ແນ່ນອນຜູ້ຊື້ກໍຕ້ອງຄອມເມັນຖາມຢູ່ກ້ອງໂພສ ແຕ່ເຊື່ອວ່າຫຼາຍກວ່າ 80% ແມ່ນຫງາຍເງີບກັບຄຳຕອບຈາກພໍ່ຄ້າແມ່ຄ້າວ່າ ດຽວ “Inbox”ຫຼື “ຝາກເບີໂທໄວ້ແລ້ວຈະມີພະນັກງານຕິດຕໍ່ກັບ”.
ຜູ້ຂາຍບາງຄົນຄິດວ່າການເປີດເຜີຍລາຄາແບບໂປ່ງໃສເປັນເລື່ອງບໍ່ດີສຳລັບການຂາຍໃນຍຸກນີ້ ເພາະຖ້າເປີດເຜີຍລາຄາກ່ອນກໍຍິ່ງຈະເຮັດໃຫ້ຄົນຈຳນວນຫຼາຍຕົກໃຈກັບລາຄາແລ້ວບໍ່ກັບມາອີກ ຫຼື ລູກຄ້າພຽງແຕ່ຢາກຮູ້ລາຄາແລ້ວກໍໄປສົມທຽບກັບລາຄາຮ້ານອື່ນທີ່ຕໍ່າກວ່າ ອີກດ້ານໜຶ່ງຄົນຂາຍກໍຄິດວ່າຕົນເອງຍັງບໍ່ທັນມີໂອກາດສະແດງໃຫ້ລູກຄ້າເຫັນສັກກາຍະພາບຂອງສິນຄ້າທີ່ໂດດເດັ່ນກວ່າຮ້ານຄ້າທີ່ຂາຍໃນລາຄາຖືກ ຫຼື ໜັກກວ່ານັ້ນກໍແມ່ນ ຫຼີກລ່ຽງຈາກລູກຄ້າຈຳພວກ “ຖາມແລ້ວບໍ່ເອົາ”.

ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ, ແຕ່ລູກຄ້າຊໍ້າພັດຢາກຮູ້ລາຄາກ່ອນ ຫຼື ຢາກໃຫ້ຜູ້ຂາຍເປີດເຜີຍລາຄາໄວ້ ໂດຍບໍ່ຈຳເປັນລໍຖ້າຄຳຕອບທາງຂໍ້ຄວາມ ຫຼື “Inbox” ເຊິ່ງຖືວ່າຊັກຊ້າເສຍເວລາ ເພາະລູກຄ້າຫຼາຍຄົນກໍສົນໃຈໃນສິນຄ້ານັ້ນໆແທ້ ສິ່ງສຳຄັນກໍແມ່ນ ລູກຄ້າຕ້ອງການຄວາມໂປ່ງໃສ ເຊິ່ງສະແດງເຖິງຄວາມຊື່ສັດຂອງຜູ້ຂາຍ ນັ້ນກໍຄື ການເປີດເຜີຍເລື່ອງລາຄາໄວ້ລ່ວງໜ້າ ແລະ ບໍ່ປ່ຽນແປງຕາມສິ່ງທີ່ຕົນເຫັນວ່າ ລູກຄ້າສາມາດຈ່າຍໄດ້.
ການເປີດເຜີຍລາຄາແບບໂປ່ງໃສແມ່ນມີຄວາມສຳຄັນ ເນື່ອງຈາກລູກຄ້າຈະໄດ້ຮັບຮູ້ແບບທັນໃຈ ທັງຕັດສິນໃຈໄດ້ໄວ ແລະ ບໍ່ເສຍເວລາຕ້ອງລໍຖ້າຄຳຕອບທາງຂໍ້ຄວາມ ທັງເຮັດໃຫ້ລູກຄ້າເຂົ້າເຖິງມູນຄ່າສິນຄ້າຕາມຄວາມຕ້ອງການຕາມຄວາມສາມາດທີ່ຕົນຊື້ໄດ້ ແລະ ຜູ້ຂາຍຄວນກຳນົດລາຄາຕາມສິ່ງທີ່ຕົນເຊື່ອວ່າ ບໍລິການນັ້ນມີຄ່າແລະ ບໍ່ຕ້ອງຢ້ານອີກວ່າລາຄານັ້ນຈະຖືກ ຫຼື ແພງສຳລັບລູກຄ້າ ຖ້າຜະລິດຕະພັນນັ້ນມີຄຸນນະພາບສົມກັບໂຄສະນາທີ່ວ່າໄວ້.