Breaking News

ໜ້າເປັນຫ່ວງ!! ປະເທດລາວມີອັດຕາການວ່າງງານເພີ່ມຂຶ້ນເຖິງ 25% ຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ…

ແບ່ງປັນ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງດໍາເນີນຢູ່ໃນຂະນະນີ້ວ່າ ຍ້ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວມາ ອາດຈະເຮັດໃຫ້ ອັດຕາການວ່າງງານຢູ່ປະເທດເຮົາເພີ່ມຂຶ້ນຈາກປົກກະຕິ 9% ໃນປີ 2007 ມາເປັນ 25%

ในภาพอาจจะมี 2 คน, ผู้คนกำลังยืน

ທ່ານລັດຖະມົນຕີໄດ້ເຜີຍໃຫ້ຮູ້ວ່າ ເພື່ອແກ້ໄຂໄພວ່າງງານດັ່ງກ່າວ ແນ່ນອນວ່າລັດຖະບານຈະຕ້ອງໄດ້ສຸມໃສ່ ດຶງດູດການລົງທຶນຂອງນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃຫ້ຫຼາຍຂຶ້ນເພື່ອຊ່ວຍແກ້ໄຂສະພາບວ່າງງານດັ່ງກ່າວ ໂດຍການສ້າງໃຫ້ມີວຽກເຮັດງານທໍາ ແລະ ຈໍາກັດການນໍາເຂົ້າແຮງງານຈາກຕ່າງປະເທດ. ພ້ອມນັ້ນ ກໍຊຸກຍູ້ ແລະ ອໍານວຍຄວາມສະດວກຕໍ່ການອະນຸຍາດການລົງທຶນ ໃນຂະແໜງກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ໂດຍເນັ້ນໃສ່ການໃຊ້ແຮງງານລາວ ທີ່ກັບຈາກຕ່າງປະເທດ ເຂົ້າໃນຂະແໜງການດັ່ງກ່າວໃຫ້ຫຼາຍຂຶ້ນ ແລະ ສືບຕໍ່ປະຕິບັດນະໂຍບາຍ ອຸດໜູນຫວ່າງງານສະເພາະໃຫ້ຜູ້ປະກັນຕົນເອງ ໃນລະບົບປະກັນສັງຄົມພາກວິສາຫະກິດ ຕາມນະໂຍບາຍທີ່ກໍານົດໄວ້ ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ເລັ່ງພັດທະນາສີມືແຮງງານທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ເຮັດວຽກ, ປ່ຽນໜ້າວຽກ ຫຼືສາມາດປະກອບອາຊີບດ້ວຍຕົນເອງຕາມຄວາມເໝາະສົມ ພ້ອມທັງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ, ຜະລິດຕະພັນ, ການບໍລິການ ແລະ ໂຄງການຕ່າງໆ ຮັບເອົາແຮງງານລາວເຂົ້າສູ່ຕໍາແໜ່ງຕ່າງໆ ປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ດ້ວຍຫຼາຍຮູບແບບ ແລະ ປະສານກັບປະເທດໃກ້ຄຽງ ໂດຍຜ່ານກະຊວງການຕ່າງປະເທດ ເພື່ອຂະຫຍາຍ ເວລາການຂໍນະໂຍບາຍປະກັນສັງຄົມ ຂອງແຮງງານທີ່ເຮັດວຽກຢູ່ປະເທດໃກ້ຄຽງ…

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ฝูงชน และสถานที่กลางแจ้ง
ແບ່ງປັນ