ພໍດີໄດ້ອ່ານບົດຄວາມຈາກ Page ໜຶ່ງຂອງໄທ ກ່ຽວກັບບັນຫາຄໍາຖາມແທງໃຈ ຂອງມະນຸດເງິນເດືອນ ທີ່ເຊື່ອວ່າທຸກຄົນຕ້ອງເຄີຍເຈິ ເຊິ່ງຜູ້ທີ່ຖາມຈະເປັນໃຜກໍໄດ້ ບາງຄັ້ງກໍຄົນໃນຄອບຄົວ ໝູ່ເພື່ອນ ອ້າຍເອຶ້ອຍນ້ອງ ລວມໄປເຖິງລຸງ ປ້າ ອາວອາ ແລະ ນ້າຂ້າງບ້ານ… ເຊັ່ນວ່າ ເງິນເດືອນທໍ່ໃດ? ເຊິ່ງມັນອາດຈະເປັນຄໍາຖາມທໍາມະດາທີ່ທຸກຄົນຄິດວ່າ ເປັນເລື່ອງປົກກະຕິ ແຕ່ບາງຄັ້ງເຮົາຊໍ້າພັດຮູ້ສຶກບໍ່ຢາກຕອບ ແລະ ຮູ້ສຶກບໍ່ພໍໃຈທີ່ຖືກຖາມເລີຍ ຫຼືບາງຄັ້ງເຮົາຊໍ້າພັດເປັນຄົນຢາກຮູ້ເງິນເດືອນຊາວບ້ານເຂົາຄືກັນ 555+ ມັນເປັນຍ້ອນຫຍັງລະ?
ສິ່ງທີ່ຄວນຄັ້ງຄໍາຖາມຫຼາຍກວ່າຄື ເປັນຫຍັງຄົນເຮົາຈຶ່ງຕ້ອງມາຊອກຄໍາຕອບເລື່ອງເງິນເດືອນຈາກໝູ່ ກໍຍ້ອນວ່າ ເຮົາອາດຈະບໍ່ໄດ້ຄໍາຕອບທີ່ຊັດເຈນຈາກບໍລິສັດ ເຮົາອາດຈະບໍ່ຮູ້ວ່າເຮົາຈະເຕີບໂຕໄປໄດ້ຫຼາຍນ້ອຍສໍ່າໃດ ແລະ ສິ່ງທີ່ເຮົາໄດ້ຢູ່ນີ້ທຽບກັນໃນຕະຫຼາດແລ້ວ ເຮົາບໍ່ໄດ້ກໍາລັງຖືກບໍລິສັດເອົາປຽບ ສິ່ງເຫຼົ່ານີ້ມັນສະທ້ອນອອກມາເລີຍວ່າ ບໍລິສັດບໍ່ໄດ້ເຮັດໃຫ້ເຮົາໄວ້ວາງໃຈ ຫຼືຮູ້ສຶກສະບາຍໃຈໃນເລື່ອງເງິນເດືອນ ເຮົາເລີຍຕ້ອງອອກມາຊອກຄໍາຕອບທາງນອກເອງ
ບັນຫາຄື ເມື່ອມາຊອກຄໍາຕອບຈາກພາຍນອກ ມັນກໍອາດຈະໄດ້ຄໍາຕອບທີ່ບໍ່ຖືກຕ້ອງ ຫຼືເອົາມາທຽບກັນບໍ່ໄດ້ ເພາະເປັນຄົນລະບໍລິບົດກັນ ແລ້ວເຮົາກໍຈະກັບມາພ້ອມກັບຄໍາຕອບທີ່ຜິດໆ
ດັ່ງນັ້ນ ບໍລິສັດທີ່ດີຕ້ອງໃຫ້ຄວາມສໍາຄັນກັບການສື່ສານກັບພະນັກງານແຕ່ລະຄົນດ້ວຍ ຖ້າເຂົາໄດ້ຮັບຂໍ້ມູນທີ່ຖືກຕ້ອງ ຖ້າເຂົາໄດ້ຮັບຄ່າຕອບແທນທີ່ເປັນທໍາຕັ້ງແຕ່ຕົ້ນ ຖ້າພະນັກງານກັບບໍລິສັດສື່ສານກັນດ້ວຍດີມາຕະຫຼອດ ເຂົາບໍ່ຈໍາເປັນຕ້ອງໄປຊອກຄໍາຕອບຈາກບ່ອນອື່ນເລີຍ ເຂົາຄວນຈະໄດ້ຮັບຄໍາຕອບທີ່ເຂົາສົງໄສໃນບໍລິສັດຈາກບໍລິສັດໂດຍກົງ ບໍ່ແມ່ນໄປຊອກຫາຄໍາຕອບຈາກຄົນອື່ນ
ສຸດທ້າຍ ເງິນເດືອນແຕ່ລະຄົນບໍ່ມີວັນເທົ່າກັນໄດ້ ບໍລິສັດຈະປະເມີນຈາກຫຼາຍປັດໃຈ ແນ່ນອນວ່າ ຄວາມສາມາດກໍເລື່ອງໜຶ່ງ ແຕ່ບໍລິສັດຍັງເບິ່ງໄປເຖິງຕົ້ນທຶນທີ່ຕິດມາກັບຕົວເຮົາເຊັ່ນ ຮຽນຫຍັງມາ ຄວາມສາມາດພິເສດເພີ່ມເຕີມທີ່ຈະເປັນປະໂຫຍດແກ່ວຽກທີ່ເຮັດ ປະສົບການ ຄວາມເປັນໄປໄດ້ທີ່ເຮົາຈະຢູ່ກັບບໍລິສັດໄດ້ດົນສໍ່າໃດ ຄວາມຕ້ອງການໃຫ້ເຮົາຢູ່ໃນບໍລິສັດຫຼາຍໜ້ອຍສໍ່າໃດ ແລະອື່ນໆ ມັນເຮັດໃຫ້ເງິນເດືອນແຕ່ລະຄົນບໍ່ເທົ່າກັນ ເຖິງວ່າຢູ່ໃນຕໍາແໜ່ງວຽກດຽວກັນກໍຕາມ…
ສໍາລັບນ້ອງໆຈົບໃໝ່ ຫຼືຫາກໍເຮັດວຽກບໍ່ເທົ່າໃດປີແລ້ວຮູ້ສຶກບໍ່ສະບາຍໃຈເລື່ອງເງິນເດືອນ ຢາກບອກວ່າ ໄລຍະເຮັດວຽກໃໝ່ໆ ຢ່າຟ້າວຄິດເລື່ອງເງິນເດືອນເປັນຫຼັກ ເອົາເລື່ອງປະສົບການກ່ອນ ໃນມື້ນີ້ເຈົ້າອາດຈະຮູ້ສຶກວ່າເງິນເດືອນໜ້ອຍແທ້ ຫຼືໃດໆກໍຕາມ ແຕ່ເງິນເດືອນເຈົ້າໄດ້ນີ້ຈະບໍ່ໄດ້ເປັນຕົວເລກນີ້ຕະຫຼອດ ຖ້າເຈົ້າມີຝີມື ເຮັດແຮວໃດເຮົາຈະເກັບກ່ຽວປະສົບການມາໄດ້ຫຼາຍທີ່ສຸດກ່ອນ ແລະ ພະຍາຍາມບໍລິຫານຊີວິດເທົ່າທີ່ລາຍໄດ້ເຮົາໄດ້ກັບມາ ຈະໄດ້ເທົ່າໃດກໍໜ້າພູມໃຈນະຕອນນີ້…
ແລະ ສໍາລັບຍຸກໂຄວິດແບບນີ້ແລ້ວ ຂໍໃຫ້ມີວຽກເຮັດກໍ່ບຸນແລ້ວ!!!
Cr: CPA Society Thailand