ຫຼ້າສຸດນັກວິທະຍາສາດໄດ້ເຕືອນເຖິງຄວາມເປັນໄປໄດ້ ທີ່ສະໝອງຄົນເຮົາເກີດຄວາມເສຍຫາຍມີຄວາມເຊື່ອມໂຍງກັບ Corona Virus ຫຼື Covid-19 ເນື່ອງຈາກມີຫຼັກຖານໃໝ່ທີ່ຊີ້ໃຫ້ເຫັນວ່າ ໂຄວິດ-19 ສາມາດນໍາໄປສູ່ພາວະແຊກຊ້ອນທາງລະບົບປະສາດອັກເສບ ມີຄວາມຜິດປົກກະຕິທາງຈິດ ແລະ ສະໝອງມືນງົງ
ການສຶກສາໂດຍນັກວິໄຈຈາກ University College London (UCL) ອະທິບາຍຜູ້ຕິດເຊື້ອ Covid-19 43 ຄົນທີ່ໄດ້ຮັບຄວາມຜິດປົກກະຕິຂອງສະໝອງຊົ່ວຄາວ ຈາກຄວາມເສຍຫາຍຂອງເສັ້ນປະສາດ ຫຼືຜົນກະທົບທາງສະໝອງທີ່ຮຸນແຮງອື່ນໆ

Covid-19 ເປັນພະຍາດທີ່ເກີດຈາກ Corona Virus ໃໝ່ ສ່ວນໃຫຍ່ເປັນພະຍາດທາງເດີນຫາຍໃຈທີ່ສົ່ງຜົນກະທົບຕໍ່ປອດ ແຕ່ນັກວິທະຍາສາດ ແລະ ແພດຜູ້ຊ່ຽວຊານດ້ານສະໝອງບອກວ່າ ມີຫຼັກຖານທີ່ກ່ຽວຂ້ອງກັບຜົນກະທົບຕໍ່ສະໝອງ
Adrian Owen ນັກປະສາດວິທະຍາຈາກຕາເວັນຕົກ ມະຫາວິທະຍາໄລໃນ Cnnada ຍັງກ່າວອີກວ່າ “ຄວາມກັງວົນຂອງຂ້ອຍຄືຕອນນີ້ມີຜູ້ຄົນນັບລ້ານຕິດເຊື້ອ Covid-19 ແລະ ຖ້າໃນເວລາ 1 ປີ ເຮົາມີຄົນປິ່ນປົວເຊົາ 10 ລ້ານຄົນ ແລະ ຄົນເຫຼົ່ານັ້ນມີຄວາມບົກຜ່ອງທາງສະຕິປັນຍາ ນັ້ນຈະສົ່ງຜົນຕໍ່ຄວາມສາມາດໃນການເຮັດວຽກ ແລະ ຄວາມສາມາດໃນການເຮັດກິດຈະກໍາໃນຊີວິດປະຈໍາວັນ”