ຈົບໄປແລ້ວສໍາລັບການປະກວດ Heavy Queen Laos 2020 ທີ່ຈັດຂຶ້ນເປັນປີທໍາອິດກໍຄືປີນີ້ ເຊິ່ງແນ່ນອນວ່າ ພວກເຮົາກໍໄດ້ຕົວແທນສາວງາມຈາກເວທີນີ້ມາເປັນທີ່ຮຽບຮ້ອຍແລ້ວ ເຊິ່ງມື້ນີ້ ຂວັນໃຈ ກໍຈະພາມາທໍາຄວາມຮູ້ຈັກກັບບັນດາສາວງາມຜູ້ທີ່ໄດ້ຕໍາແໜ່ງກັນ (ມີທັງໝົດ 3 ຕໍາແໜ່ງ) ແຕ່ກ່ອນທີ່ຈະໄປທໍາຄວາມຮູ້ຈັກກັບສາວງາມທັງ 3 ຄົນນັ້ນ ແອັດຢາກນໍາສະເໜີ Concept ຂອງງານເພິ່ນໃຫ້ຮູ້ຈັກກັນໜ້ອຍໜຶ່ງເພາະຮູ້ສຶກວ່າມີຄວາມໜ້າສົນໃຈຫຼາຍ…

ສໍາລັບຈຸດປະສົງຫລັກຂອງໂຄງການປະກວດແມ່ນ:
1. ສ້າງແຮງບັນດານໃຈໃຫ້ແກ່ສາວຜູ້ທີ່ມີຮູບຮ່າງອວບໃຫຍ່ໄດ້ມີຈຸດຢືນໃນສັງຄົມ, ເຮັດໃຫ້ເຂົາກ້າຄິດກ້າສະແດງອອກ, ກ້າເຮັດໃນສິ່ງທີ່ຮັກມັກໂດຍບໍ່ໃຫ້ມີແນວຄວາມຄິດໃນດ້ານຂອງຮູບຮ່າງທີ່ເປັນອຸປະສັກ, ໃຫ້ເຂົາເຈົ້າໃຊ້ຊີວິດດຳລົງຊີວິດຄືກັນກັບສາວຜູ້ທີ່ມີຮູບຮ່າງໂດຍທົ່ວໄປ…
2. ເລືອກເຝັ້ນຫາຕົວແທນຂອງໂຄງການລົງພື້ນທີ່ເຮັດກິດຈະກຳເພື່ອສັງຄົມ ຊ່ວຍເຫລືອສັງຄົມຢ່າງແທ້ຈິງເຊັ່ນ:
-ວັນທີ 03/7/2020 ລົງພື້ນທີ່ບໍລິຈາກເລືອດທີ່ອົງການກາແດງລາວ
-ວັນທີ 07/7/2020 ໂຄງການຮ່ວມກັບສູນກາງສະຫະພັນແມ່ຍິງ,ອົງການກາແດງຮ່ວມກິດຈະກຳບໍລິຈາກເລືອດທີ່ວຽງຈັນເຊັນເຕີ
-ວັນທີ 10/7/2020 ຮ່ວມບໍລິຈາກເລືອດທີ່ອົງການກາແດງລາວ
-ວັນທີ 16/7/2020 ຈະລົງພື້ນທີ່ຕ່າງແຂວງມອບເງີນສ້າງໂຮງຮຽນປະຖົມທີ່ບ້ານນໍ້າຈິງ,ເມືອງທ່າພະບາດ, ແຂວງບໍລິຄຳໄຊ

ຮູ້ຈັກກັບສາວງາມຜູ້ທີ່ໄດ້ຕໍາແໜ່ງ Miss Heavy Queen Laos Women 2020 ຄົນທໍາອິດຂອງລາວໄດ້ແກ່: ທ່ານ ນາງ ຄຳມົນ ສີຫາລາດ ອາຍຸ 34 ປີ ສູງ 170 ນໍ້າຫນັກ 90 kg. ຕົວແທນຈາກນະຄອນຫຼວງວຽງຈັນ ອາຊີບ ນັກທຸລະກິດ.

ຕໍ່ມາຄື Miss Heavy Queen Laos Tran 2020 ຄົນທຳອິດຂອງປະເທດລາວ
ທ່ານ ນາງ ພຸດສະແຫວງ ສີປະເສີດ ອາຍຸ 25 ປີ ສູງ 165 ນໍ້າຫນັກ 75 ຕົວແທນຈາກແຂວງຫລວງພະບາງ ອາຊີບ ນັກທຸລະກິດ

ສາວງາມຄົນສຸດທ້າຍຄື Miss Heavy Queen Laos Teen 2020 ທຳອິດຂອງປະເທດລາວ ທ່ານ ນາງ ມຸກດາ ຈັນທະລັງສີ ອາຍຸ 22 ປີ ສູງ 180 ນໍ້າຫນັກ 98 ຕົວແທນຈາກນະຄອນຫລວງວຽງຈັນ ນັກສຶກສາລະດັບປະລິນຍາຕີທີ່ມະຫາວິທະຍາໄລແຫ່ງຊາດລາວ

Cr: Heavy Queen Laos