ເຄິ່ງປີທໍາອິດຜ່ານໄປ ເຄິ່ງປີສຸດທ້າຍກໍາລັງດໍາເນີນຢູ່ ຫຼາຍຄົນມັກຈະເວົ້າເປັນສຽງດຽວກັນວ່າ ເວລາຈັ່ງແມ່ນໄວ ປີໜຶ່ງຜ່ານໄປຈົນເຮັດຫຍັງນໍາບໍ່ທັນ ແຕ່ແນ່ນອນວ່າເຄິ່ງປີທີ່ຜ່ານມາອາດຈະເປັນເຄິ່ງປີທີ່ດີຂອງຫຼາຍຄົນ ແລະ ກໍຄົງຈະຂໍໃຫ້ມີແຕ່ສິ່ງດີໆເຂົ້າມາໃນອີກເຄິ່ງປີຫຼັງ… ໃນຂະນະດຽວກັນເຮົາກໍບໍ່ສາມາດປາສະຈາກສິ່ງທີ່ບໍ່ດີ ຫຼືສິ່ງທີ່ບໍ່ພຶງປາຖະໜາໄດ້ ນັ້ນກໍຄືບັນຫາ ແລະ ອຸປະສັກຕ່າງໆ ທີ່ອາດຈະເຮັດໃຫ້ເຈັບຫົວແນ່!!! ແຕ່ມື້ນີ້ ຂວັນໃຈ ມີຂໍ້ຄິດດີໆ ເພື່ອປ່ຽນຊີວິດໃນອີກເຄິ່ງປີຫຼັງໃຫ້ມີແຕ່ຄວາມສຸກ ເຖິງວ່າຈະພົບບັນຫາ ມາເບິ່ງນໍາກັນເລີຍ…
1. ລົງມືເຮັດໃນສິ່ງທີ່ຢາກເຮັດ
ສາວໆຫຼາຍຄົນກໍເຫັນແລ້ວແມ່ນບໍ່ວ່າ ເວລາປີໜຶ່ງມັນຜ່ານໄປໄວແຮງ ແມ່ນຫຍັງທີ່ລີສໄວ້ວ່າຢາກເຮັດ ແລ້ວຍັງບໍ່ໄດ້ເຮັດໃນເຄິ່ງປີຕົ້ນ ໃຫ້ລົງມືເຮັດຢ່າງຈິງຈັງໄດ້ແລ້ວ ຢ່າມົວແຕ່ເວົ້າ ຫຼືເລື່ອນມື້ອື່ນຕະຫຼອດ ບໍ່ດັ່ງນັ້ນ ມັນຈະບໍ່ມີຫຍັງເປັນຮູບເປັນຮ່າງຈັກເທື່ອ ສຸດທ້າຍກໍມາຈົບແບບເດີມໆ ໝົດປີແຕ່ບໍ່ມີຫຍັງຈັກຢ່າງ ຫຼືເຮັດຫຍັງບໍ່ສໍາເລັດຈັກຢ່າງ

2. ລຸກຂຶ້ນມາເບິ່ງແຍງສຸຂະພາບຢ່າງຈິງຈັງ
ຂໍ້ນີ້ສໍາຄັນຫຼາຍ ບໍ່ວ່າຫຍັງກໍແລ້ວແຕ່ ເຮົາຄວນທີ່ຈະລຸກຂຶ້ນມາເບິ່ງແຍງສຸຂະພາບຂອງຕົວເອງໄດ້ແລ້ວ ຍິ່ງອາຍຸຫຼາຍຍິ່ງຕ້ອງລະວັງ ສ່ວນສາວໆ ທີ່ອາຍຸຍັງນ້ອຍ ກໍຢ່າວາງໃຈ ເພາະບັນຫາສຸຂະພາບມັນເກີດຂຶ້ນໄດ້ກັບທຸກຄົນ ໂດຍບໍ່ສົນວ່າເຈົ້າຈະອາຍຸເທົ່າໃດ ດັ່ງນັ້ນ ຄົງເຖິງເວລາແລ້ວທີ່ຈະລຸກຂຶ້ນມາເບິ່ງແຍງເລື່ອງ ອາຫານການກິນ ພະຍາຍາມກິນແຕ່ສິ່ງທີ່ມີປະໂຫຍດ ສານອາຫານຄົບຖ້ວນ ລວມເຖິງ ອອກກໍາລັງກາຍ ຢ່າງສະໝໍ່າສະເໝີ…

3. ເກັບເງິນໃຫ້ເປັນ ຢ່າຟຸມເຟືອຍ
ຕ້ອງຍອມຮັບວ່າ ເງິນເປັນອີກປັດໃຈໜຶ່ງທີ່ສໍາຄັນຫຼາຍ ຫາກເຈົ້າໄດ້ເງິນມາ ກໍຢ່າຟ້າວຫຼົງໄຫຼ ຫຼໃຊ້ຈ່າຍຢ່າງຟຸມເຟືອຍ ຄວນຮູ້ຈັກແບ່ງອອກເປັນສັດສ່ວນ ແລະ ເລີ່ມເກັບເງິນ ເພື່ອເປັນຄ່າສໍາຮອງຈ່າຍໃນຍາມສຸກເສີນ ເຊັ່ນ ເວລາປ່ວຍ ຈະໄດ້ບໍ່ຕ້ອງມານັ່ງເຈັບຫົວວ່າຈະຊອກເງິນມາຈາກໃສປິ່ນປົວຕົວເອງ ຫຼືຖ້າຢາກເອົາເງິນໄປລົງທຶນ ເພື່ອໃຫ້ໄດ້ກໍາໄລກໍຄວນສຶກສາຂໍ້ມູນໃຫ້ດີໆກ່ອນ…

4. ແບ່ງເວລາໃຫ້ເປັນ
ໃຫຍ່ແລ້ວ ເຈົ້າຄວນຈະແບ່ງເວລາໃຫ້ເປັນວ່າ ຊ່ວງໃດຄືເວລາເຮັດວຽກ ຫຼືຊ່ວງໃດຄືເວລາພັກຜ່ອນ ຢ່າພະຍາຍາມໃຫ້ວຽກງານ ຫຼືກິດຈະກໍາສ່ວນຕົວບາງຢ່າງມາບຽດບຽນເວລາພັກຜ່ອນ ທັ້ງນີ້ກໍເພື່ອສຸຂະພາບຊອງຕົວເຈົ້າເອງນັ້ນແຫຼະ!!!

5. ບໍ່ຕ້ອງເກັບທຸກຢ່າງມາຄິດ
ອີກບໍ່ດົນກໍຈະໝົດປີ 2020 ແລ້ວ ເຮົາບໍ່ຈໍາເປັນຕ້ອງເກັບທຸກຢ່າງມາຄິດໃຫ້ຮົກສະໝອງຫຼາຍ ບາງຢ່າງຖ້າມັນເປັນບັນຫາ ແຕ່ຍັງຊອກຫາທາງແກ້ບໍ່ໄດ້ໃຫ້ປ່ອຍໄປກ່ອນ ແລ້ວເວລາມັນຈະພາທາງອອກມາໃຫ້ເອງ ສ່ວນເລື່ອງຄໍາຕິສິນນິນທາ ມັນເປັນເລື່ອງທໍາມະດາທີ່ທຸກຄົນຕ້ອງພົບ ເຮົາພຽງຮູ້ວ່າຕົວເອງເປັນຄົນແນວໃດ ແລະ ຄົນໃກ້ຊິດເຮົາຄິດແນວໃດກັບເຈົ້າ ເທົ່ານີ້ກໍພໍ ຕາບໃດທີ່ເຈົາບໍ່ໄດ້ໄປສ້າງຄວາມເດືອດຮ້ອນໃຫ້ໃຜ ກໍບໍ່ຕ້ອງໄປສົນໃຈຕໍາເວົ້າຂອງຄົນອື່ນຫຼາຍກໍໄດ້…

6. ພາຕົວເອງອອກຈາກກອບເດີມໆ
ເຊັຟໂຊນ ທຸກຄົນຮູ້ຈັກຄໍານີ້ດີ ແນ່ນອນວ່າມັນເຮັດໃຫ້ເຈົ້າປອດໄພ ແຕ່ມັນໜ້າເສຍດາຍທີ່ເຈົ້າຈະບໍ່ມີໂອກາດເຫັນໂລກພາບນອກເລີຍ ສະນັ້ນ ພະຍາຍາມຊອກຫາສິ່ງໃໝ່ໆເຮັດແນ່ ຈະໄດ້ຮູ້ວ່າ ຄວາມຈິງແລ້ວເຮົາກໍສາມາດເຮັດຫຍັງໄດ້ຫຼາຍກວ່າທີ່ຄິດ ອີກຢ່າງໜຶ່ງ ລອງລາພັກຮ້ອນ ແລ້ວພາຕົວເອງອອກໄປທ່ຽວ ໄປເກັບກ່ຽວປະສົບການຈາກໂລກພາຍນອກແນ່ ຮັບຮອງເລີຍວ່າເຈົ້າຈະໄດ້ຫຍັງຫຼາຍກວ່າທີ່ຄິດ ແຖມມັນຍັງເປັນການ ຊ໊າດແບັດຊີວິດໄປໃນຕົວອີກດ້ວຍ!!

7. ຮັກສາຄວາມສໍາພັນກັບຄົນໃກ້ຕົວ
ເຄີຍໄດ້ຍິນປະໂຫຍກທີ່ວ່າ ແຫ່ງໃຫຍ່ຂຶ້ນໝູ່ຍິ່ງໜ້ອຍລົງ ບໍ່? ມັນເປັນຄວາມຈິງທີ່ສຸດເລີຍແຫຼະ ເຈົ້າລອງນຶກພາບຍ້ອນກັບຄືນໄປເບິ່ງວ່າ ຕອນນັ້ນເຈົ້າມີໝູ່ຈັກຄົນ? ແລ້ວຕອນນີ້ເຫຼືອຢູ່ຈັກຄົນ? ແນ່ນອນວ່າ ການເວລາຈະຊ່ວຍຄັດກອງຄວາມສໍາພັນຂອງຄົນໃກ້ຕົວໃຫ້ເຈົ້າເອງ ດັ່ງນັ້ນ ໜ້າທີ່ຂອງເຈົ້າຄື ການຮັກສາຄວາມສໍາພັນກັບຄົນໃກ້ຕົວເອົາໄວ້ໃຫ້ດີທີ່ສຸດ ຢ່າລືມວ່າບາງຄັ້ງເຮົາກໍບໍ່ສາມາດໃຊ້ຊີວິດຕົວຄົນດຽວໄດ້ເດີ້!!
ຮຽບຮຽງໂດຍ: Kuanjai Magazine
ຂໍ້ມູນຈາກ: Women M.Thai