Breaking News

ດຣາມ່າບໍ່ຈົບງ່າຍ!!! ກຸ້ງມັງກອນຮ້ານຕູບ ແລະ ເມນູບໍ່ໄດ້ສັ່ງແຕ່ຢາກໄດ້ຕູບນັ່ງຕ້ອງໄດ້ເອົາ…

ແບ່ງປັນ

ກໍາລັງຕົກເປັນກະແສວິພາກວິຈານ ແລະ ຫາງສຽງຈົ່ມຈາກສັງຄົມ ກ່ຽວກັບການຕະຫຼາດຂອງຮ້ານອາຫານຕູບ ທີ່ເປັນແບບສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ກ່ຽວກັບລາຄາຫານທີ່ຄ້ອນຂ້າງສູງ ແລະ ການຕະຫຼາດແບບງົງໆ… ເຊິ່ງຫຼາຍມີຄົນໂພສທາງ Facebook ກ່ຽວກັບປະເດັນດັ່ງກ່າວວ່າ:

ລູກຄ້າທີ່ເຈີ

ເຊິ່ງຈາກຫາງສຽງສັງຄົມເວົ້າເປັນສຽງດຽວກັນວ່າ ເວລາໄປຮ້ານດັ່ງກ່າວຈະນັ່ງຕູບພະນັກງານກໍ່ບອກວ່າເຕັມແລ້ວມີຄົນຈອງໝົດແລ້ວ ຫາກຈະເອົາແມ່ນທາງຮ້ານຈະປ່ອຍໃຫ້ ແຕ່ຕ້ອງໄດ້ເອົາເມນູອາຫານທີ່ພະນັກງານບອກວ່າຄົນທີ່ຈອງຫັນສັ່ງໄວ້ກ່ອນແລ້ວ ຫາກຈະເອົາຕູບກໍ່ຕ້ອງໄດ້ເອົາອາຫານຕາມທີ່ເຂົາສັ່ງໄວ້ຫັນອີກດ້ວຍ!!!

ຫາງສຽງຈາກສັງຄົມ

ເຊິ່ງຫຼາຍຄົນກໍ່ຍອມເອົາຍ້ອນຢາກນັ່ງ ແຕ່ບາດບິນມາຫຼາຍຄົນກໍ່ບອກວ່າເມນູບໍ່ໄດ້ສັ່ງກໍ່ມີ ແລະ ແລ້ວກໍ່ມີຫຼາຍຕູບທີ່ຖືກແບບນັ້ນເວລາເຂົາຍ່າງໄປຖາມກັນມີຫຼາຍຕູບຖືກຄືກັນໝົດ ບາງຄົນກໍ່ໜັກຍ້ອນວ່າເມນູຖືກຊໍ້າກັນກໍ່ມີ.

ຄົນທີ່ເຈີ

ເຊິ່ງຄວາມຈິງເປັນແນວໃດນັ້ນ ວອນໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດສອບເບິ່ງ ຫາກເປັນຄວາມຈິງກໍເທົ່າກັບເອົາປຽບປະຊາຊົນ ແລະ ຖ້າຫາກມີການເຂົ້າໃຈຜິດກັນລະຫວ່າງລູກຄ້າ ແລະ ທາງຮ້ານກໍຫວັງວ່າທາງຮ້ານຈະອອກມາຊີ້ແຈງ.

ບິນລາຄາ
ບິນທີ່ລູກຄ້າ

ທີ່ມາ: Laos 360

ແບ່ງປັນ