ໂອ່ຍ… ນັບມື້ຍິ່ງເຮັດໃຫ້ຫຼົງຮັກອີ່ຫຼີສໍາລັບສາວຄົນນີ້ ໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງກໍເຮັດໄດ້ດີສະເໝີ ເມື່ອບໍ່ດົນມານີ້ກໍອອກມາໂພສຂ່າວດີໄດ້ທຶນສຶກສາຕໍ່ທາງດ້ານການແພດກັບອົງການ ອະນາໄມໂລກ ເຮັດໃຫ້ແຟນຄຣັບປື້ມປິ່ມກັບຄວາມເກັ່ງຂອງສາວລາວເຮົາ; ສ່ວນທາງດ້ານວົງການບັນເທີງ ສາວແນ່ງ ກໍເດີນສາຍຮັບງານຈົນບໍ່ມີເວລາວ່າງ ບໍ່ວ່າຈະງານໂຄສະນາ ຖ່າຍແບບຕ່າງໆ ໂອ່ຍຍຍ ເຕັມໄປໝົດ!!! ແຕ່ທີໄປສະດຸດຕາແຮງ ກໍຄືແຊັດການຖ່າຍແບບຫຼ້າສຸດຂອງນາງ ທີ່ມີຄວາມຫວານລະມຸນດັ່ງເຈົ້າຍິງ ຈາກໜ້າທີ່ຫວານຢູ່ແລ້ວ ໄປບວກກັບຊຸດສີຂາວຫວານໆອີກ ອ່ອຍຍ ແບບນີ້ບໍ່ຫຼົງບໍ່ໄຫວແລ້ວ…







ຮຽບຮຽງໂດຍ: Kuanjai Magazine
ຮູບພາບຈາກ: Chandaly Ningnang Sitpraxay
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine