Breaking News

ຄວນຮູ້!!! ທັກສະທາງສັງຄົມກໍຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໃນການເຮັດວຽກໄດ້…

ແບ່ງປັນ

ຄືທີ່ຮູ້ກັນດີວ່າ ມະນຸດເປັນສັດສັງຄົມທີ່ຕ້ອງຢູ່ຮ່ວມກັນເປັນກຸ່ມ ເຊັ່ນດຽວກັນກັບການເຮັດວຽກ ທີ່ເຈົ້າຈໍາເປັນຕ້ອງມີ ທັກສະທາງສັງຄົມ ເຊິ່ງເປັນທັກສະຂັ້ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ຈະເປັນຕົວຊ່ວຍໃຫ້ເຈົ້າກາຍເປັນບຸຸກຄົນທີ່ປະສົບຄວາມສໍາເລັດໃນເສັ້ນທາງຂອງອາຊີບ ໂດຍທັກສະທາງສັງຄົມຈະເກີດຂຶ້ນໄດ້ຕ້ອງມາຈາກການຮຽນຮູ້ ປະສົບການ ແລະ ການພັດທະນາທີ່ເກີດຈາກການເຝິກຝົນຕົນເອງມາເປັນໄລຍະເວລາໜຶ່ງ… ແນວໃດກໍຕາມຖ້າເຈົ້າບໍ່ມີທັກສະທາງສັງຄົມ ກໍຍ່ອມສູນເສຍໂອກາດບາງຢ່າງໄປ ດັ່ງນັ້ນ ເຮົາມາເລີ່ມເຝິກຝົນທັກສະທາງສັງຄົມໃຫ້ເປັນກິດຈະວັດປະຈໍາວັນ ເພື່ອເຮັດໃຫ້ເຈົ້າສາມາດເຮັດວຽກໄດ້ຢ່າງລາຍລື່ນ ແລະ ມີຄວາມສຸກກັບວຽກໃນແຕ່ລະມື້ ດ້ວຍ 4 ທັກສະດັ່ງຕໍ່ໄປນີ້…

1. ການເອົາໃຈໃສ່

GAPSME – Society Education

ການສ້າງຄວາມສໍາພັນອັນດີ ແລະ ເຂົ້າໃຈໃນຄວາມຮູສຶກຂອງເພື່ອນຮ່ວມງານ ຖືເປັນທັກສະທາງສັງຄົມທີ່ສໍາຄັນໃນໂລກຍຸກປັດຈຸບັນ ຖ້າເຈົ້າສາມາດເປີດໃຈຮັບຟັງຄວາມຮູ້ສຶກຂອງບຸກຄົນທີ່ເຈົ້າຮູຈັກ ແລະ ສາມາດເຂົ້າໃຈບັນຫາເຫຼົ່ານັ້ນໄດ້ດີຂຶ້ນ ດັ່ງນັ້ນ ຟັງຄິດຢູ່ສະເໝີວ່າ ຖ້າເຂົ້າໃຈຄົນອື່ນ ຄົນອື່ນກໍຈະເຂົ້າໃຈເຈົ້າເຊັ່ນກັນ ເຊິ່ງວິທີຄິດແບບນີ້ ຈະເຮັດໃຫ້ເຈົ້າໄດ້ຜົນຮັບກັບມາໃນທິດທາງທີ່ດີຢ່າງແນ່ນອນ

2. ເປັນຜູ້ຟັງທີ່ດີ