ໂອ່ຍ… ລາລາຍແລ້ວ!!! ກັບຄວາມໜ້າຮັກຂອງ ສາວຢາຢ່າ ນາງເອກອັນດັບຕົ້ນໆຂອງປະເທດໄທ ທີ່ຖ່າຍຮູບທໍາມະດາທົ່ວໄປກໍໜ້າຮັກຈົນອົດຫຼົງຮັກບໍ່ໄດ້ແລ້ວ ທີ່ຊ່ວງຫຼັງມາຍິ່ງມີກະແສທີ່ເປັນ ທ໊ອກອອຟເດິທາວ ກ່ຽວກັບເທຣນຕົ້ນໄມ້ ທີ່ລາຄາສູງຂຶ້ນຍ້ອນສາວຄົນນີ້… ເພາະເວລາຖ່າຍຮູບຄູ່ກັບຫຍັງກໍຈະເຮັດໃຫ້ເປັນລາໄປໝົດ!! ຈົນຊາວເນັດຕ້ອງອອກມາຂໍຮ້ອງໃຫ້ຢາຢ່າຢຸດຖ່າຍຮູບຄູ່ສິ່ງຂອງຕ່າງໆໄລຍະໜຶ່ງ ເພາະຊື້ບໍ່ໄຫວແລ້ວ 555+++

ແຕ່ຫຼ້າສຸດ ສາວຢາຢ່າ ກໍໄດ້ໂພສຮູບທີ່ເຮັດໃຫ້ຊາວເນັດລະລາຍອີກຄັ້ງ ເມື່ອໄປຮ່ວມລາຍການທີ່ສາວຊົມພູ່ ນາງເອກຊຸບຕາເບີ 1 ຂອງໄທເປັນພິທີກອນ ແລະ ຕອນນີ້ນາງກໍມີລູກຊາຍຝາແຝດທີ່ແສນຈະໜ້າຮັກຄື ນ້ອງສາຍຟ້າ-ນ້ອງພາຍຸ ຈົນຕອນນີ້ມີປ້າໆນ້າຫຼົງຮັກໄປແລ້ວຫຼວງຫຼາຍທັງພາຍໃນ ແລະ ຕ່າງປະເທດ… ງານນີ້ເມື່ອທັງ 3 ມາຖ່າຍຮູບຮ່ວມກັນ ບໍ່ຕ້ອງບັນຍາຍເຖິງຄວາມໜ້າຮັກເລີຍຈ່າ!!! ເພາະໜ້າຮັກຢ່າງດຽວບໍ່ພໍ ຕ້ອງບອກວ່າໜ້າຮັກຄູນສາມໄປເລີຍ…










ຮຽບຮຽວໂດຍ: Kuanjai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine