Breaking News

ສະແດງຄວາມຍິນດີນໍາ!!! ເຈົ້າສາວປ້າຍແດງ ຈັກຈັ່ນ ອະຄໍາສິຣິ ນັກສະແດງຊື່ດັງ (ປະເທດໄທ) ຫຼັງນັກທຸລະກິດໜຸ່ມທີ່ຄົບກັນ 2 ປີ ຂໍແຕ່ງງານ…

ແບ່ງປັນ

ຖືວ່າເປັນອີກນັກສະແດງສາວງາມທີ່ຝືມືການສະແດງບໍ່ເປັນສອງຮອງໃຜເລີຍ ສໍາລັບສາວ ຈັກຈັ່ນ ອະຄໍາສິຣິ ສຸວັນນະຄຸດ ດາຣາສາວຊື່ດັງປະເທດໄທ ທີ່ເຖິງວ່າຊ່ວງນີ້ຫຼາຍຄົນອາດຈະບໍ່ຄ່ອຍເຫັນຜົນງານການສະແດງຜ່ານໜ້າຈໍພໍເທົ່າໃດ ແຕ່ຊີວິດຂອງສາວຈັກຈັ່ນກໍຢູ່ໃນຊ່ວງທີ່ແຮັບປີ່ທີ່ສຸດ!!!

จั๊กจั่น อคัมย์สิริ' สารภาพ อดีตปมในใจที่ทำให้ "ยังรู้สึกผิด" ทั้ง ...

ໂດຍຫຼ້າສຸດ ສາວຈັກຈັ່ນ ກໍຫາກະໂພສຮູບ ເຄ ວັດທະນາ ແຟນໜຸ່ມນອກວົງການທີ່ຫາກໍຄົບກັນມາ 2 ປີ ສວມແຫວນແຕ່ງງານໄປແລ້ວເປັນທີ່ຮຽບຮ້ອຍ ເຊິ່ງຈັກຈັ່ນ ໄດ້ເຜີຍຮູບສຸດຫວານຜ່ານທາງ IG ພ້ອມລະບຸແຄັບຊັ່ນວ່າ “I do 21.08.2020 #jjkstories” ແລະ ງານນີ້ກໍມີບັນດາໝູ່ເພື່ອນພີ່ນ້ອງທັງໃນ ແລະ ນອກວົງການ ລວມເຖິງແຟນໆ ຕ່າງກໍເຂົ້າມາຮ່ວມສະແດງຄວາມຍິນດີກັບສາວຈັກຈັ່ນຢ່າງຫຼວງຫຼາຍ