ຖືໄດວ່າເປັບບົດບາດ ແລະ ບາດກ້າວອັນສຳຄັນຂອງແມ່ຍິງລາວ ເພາະນີ້ເປັນເທື່ອທໍາອິດ ທີ່ຜູ້ສະໝັກຄົນລາວໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (Erasmus Mundus Joint Master) ນັບຕັ້ງແຕ່ທຶນດັ່ງກ່າວໄດ້ເປີດໃຫ້ສະໝັກໃນ ປີ 2015 ໂດຍ ນ.ທິບປະສົງ ອັກຄະມຸນຕີ ສາມາດໄດ້ຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ (ທຶນບໍ່ມີໂຄຕ້າໃຫ້ສະເພາະຄົນລາວ) ເປັນຄວາມພູມໃຈຂອງຄົນລາວແທ້ໆເລີຍ ທີ່ມີຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີສະໜອງລະດັບ 5G ສາມາດຮຽນຮູ້ ແລະ ສຶກສາທຽບເທົ່າລະດັບສາກົນ.

ເຊິ່ງວ່າ ທິບປະສົງ ຈະໄປສຶກສາໃນຫົວຂໍ້ Advanced Development in Social Work ເປັນໄລຍະ 2 ປີ ໃນ 4 ປະເທດ (ເດນມາກ, ຝຣັ່ງ, ອັງກິດ ແລະ ປອກຕຸຍການ).

ສຸດທ້າຍນີ້ ຂວັນໃຈຂໍອວຍພອນ ແລະ ເປັນກຳລັງໃຈໃຫ້ ທິບປະສົງ ປະສົບຜົນສຳເລັດໃນການສຶກສາຮໍ່າຮຽນຄັ້ງນີ້. ນອກຈາກນັ້ນ, ແອັດເອງກໍຂໍເປັນກຳລັງໃຈໃຫ້ນ້ອງໆ, ເອື້ອຍໆ ແລະ ແຟນເພຈ ທຸກຄົນ ທີ່ກຳລັງສຶກສາຢູ່ ເພາະນີ້ກໍເປັນໄລຍະເປີດສົກຮຽນໃໝ່ ຂໍໃຫ້ທຸກຄົນຕັ້ງໃຈ ສູ້ໆເດີ!!!


#KuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine