ທ້າຍອາທິດແລ້ວ!!! ຫວັງວ່າທຸກຄົນຈະໂຊກດີ ໃນອາທິດນີ້ ເຊິ່ງມື້ນີ້ແອັດເອງ ກໍບໍ່ລືມທີ່ຈະນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາອັບເດດໃຫ້ທຸກຄົນ, ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ?
ດວງສຳລັບຄົນເກີດວັນອາທິດ

ວຽກງານ: ມີປາກສຽງເລັກນ້ອຍ ຫຼືບໍ່ເຂົ້າໃຈກັນ ກັບຄົນເພດກົງກັນຂ້າມ ໃນບັນດາເພື່ອນຮ່ວມງານ, ໃຫ້ລະວັງຄຳເວົ້າ
ການເງິນ: ຄົນມີອາຍຸຈະໃຫ້ໂຊກດ້ານການເງິນ
ຄວາມຮັກ: ຕ່າງຝ່າຍຕ່າງລັງເລທີ່ຈະເຂົ້າຫາກັນ
ດວງສຳລັບຄົນເກີດວັນຈັນ
ວຽກງານ: ໜ້າທີ່ການງານລາບລື່ນ ພະຍາຍາມພັດທະນາເລື້ອຍໆ
ການເງິນ: ເສຍເງິນແບບກະທັນຫັນໃຫ້ຄົນໃກ້ຕົວ, ແຕ່ບໍ່ແມ່ນເລື່ອງຮ້າຍແຮງ
ຄວາມຮັກ: ຈະພົບຄົນຫ່ວງໃຍ ແລະ ໃສ່ໃຈ
ດວງສຳລັບຄົນເກີດວັນອັງຄານ
ວຽກງານ: ມີໂອກາດໄດ້ສ້າງທຸລະກິດໃໝ່ ທີ່ຄາດວ່າຈະສຳເລັດ ແລະ ສ້າງຜົນກຳໄລສູງ
ການເງິນ: ມີເລື່ອງຕ້ອງໃຊ້ເງິນຫຼາຍ
ຄວາມຮັກ: ມີການຫຶງຫວງອີກຝ່າຍ ຍ້ອນຄວາມບໍ່ໄວ້ໃຈ
ດວງສຳລັບຄົນເກີດວັນພຸດ
ວຽກງານ: ທຸລະກິດ ຫຼືໜ້າທີ່ວຽກງານໄປໄດ້ດີ ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ
ການເງິນ: ຈະໄດ້ຮັບໂຊກ ແລະ ມີຜູ້ອຸປະຖຳ
ຄວາມຮັກ: ຄວາມຮັກຢູ່ໃນໄລຍະຫວານຈົນນໍ້າອ້ອຍທຽບບໍ່ໄດ້
ດວງສຳລັບຄົນເກີດວັນພະຫັດ
ວຽກງານ: ການຄ້າຂາຍໄດ້ກຳໄລດີ
ການເງິນ: ໄດ້ມາຫຼາຍ ແຕ່ເສຍຫຼາຍ
ຄວາມຮັກ: ຈະພົບຄົນອາຍຸສູງ ທີ່ມີນໍ້າໃຈ
ດວງສຳລັບຄົນເກີດວັນສຸກ
ວຽກງານ: ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກຫົວໜ້າ ຫຼືເພື່ອນຮ່ວມງານ
ການເງິນ: ອາດເສຍເງິນກະທັນຫັນ ໂດຍບໍ່ມີເຫດຜົນ
ຄວາມຮັກ: ຄົນຮັກເລີ່ມຖອຍຫ່າງ ເພາະບັນຫາບາງຢ່າງທີ່ຕ້ອງແກ້ໄຂ
ດວງສຳລັບຄົນເກີດວັນສຸກ
ວຽກງານ: ທຸລະກິດການຄ້າ ແລະ ລົງທຶນ ໄດ້ກຳໄລດີ
ການເງິນ: ເສຍເງິນໃຫ້ຄົນຮູ້ຈັກທີ່ມີອາຍຸນ້ອຍກວ່າ
ຄວາມຮັກ: ຕ່າງຝ່າຍຕ່າງມີປາກສຽງ
ດວງສຳລັບຄົນເກີດວັນເສົາ
ວຽກງານ: ລະວັງການລົງທຶນຜິດພາດ ໃຫ້ພິຈາລະນາຖີ່ຖ້ວນ
ການເງິນ: ເສຍເງິນກັບສິ່ງຂອງຈຳເປັນ
ຄວາມຮັກ: ຕ່າງຝ່າຍຕ່າງຖືສັກສີ ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine