Breaking News

ຍິນດີນຳ ແນັດ ນັດຊາ ເປັນແມ່ຄົນແລ້ວ!!!

ແບ່ງປັນ

ແນັດ ນັດຊາ ອາຊີບ ດາລາ-ນັກສະແດງ ຂອງໄທ ເຊິ່ງເປັນທີ່ຮູ້ຈັກກັນດີຂອງຄົນສ່ວນຫຼາຍ ແນັດເຄີຍມີຜົນງານຮູບເງົາດັງເຊັ່ນ: “Sukseed ຫ່ວຍຂັ້ນເທບ” ທີ່ຮັບບົດເປັນນາງເອກຊື່: “ເອີນ” ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍໃນຕອນນັ້ນ ຈົນເຮັດໃຫ້ແນັດມີແຟນຄຣັບຫຼາຍຂຶ້ນ.

ນອກຈາກນັ້ນ, ແນັດຍັງມີຜົນງານຫຼາກຫຼາຍໃນວົງການບັນເທີງທັງລະຄອນ ແລະ ຮູບເງົາ, ຕໍ່ມາສາວແນັດ ກໍໄດ້ແຕ່ງງານກັບໜຸ່ມເປ໊ກ.

ຫຼ້າສຸດ ແອັດຕ້ອງຂໍສະແດງຄວາມຍິນດີກັບ ເປ໊ກ ຣັດທະພູມ ໄຂ່ນາດ ແລະ ແນັດ ນັດຊາ ນວນແຈ່ມ ທີ່ເປັນພໍ່-ແມ່ຄົນແລ້ວ ເນື່ອງຈາກສາວແນັດ ໄດ້ໃຫ້ກຳເນີດລູກ ໃນວັນທີ 16 ກັນຍາ 2020 (ດ້ວຍວິທີການຜ່າຕັດ) ຢູ່ທີ່ໂຮງໝໍບີເອັນເອັສ ເຊິ່ງໄດ້ລູກຊາຍຊື້ວ່າ: ນ້ອງ ເຣມາ, ມີນໍ້າໜັກ 2,218 ກຣາມ ເຊິ່ງໜຸ່ມເປ໊ກຜູ້ເປັນສາມີໃຫ້ກຳລັງໃຈຢູ່ບໍ່ຫ່າງ.

ເຣມາ ມີຊື້ແທ້ວ່າ ທ້າວ ຣັດຊາ ນວນແຈ່ມ ໂດຍ ພໍ່ເປັກ ແລະ ແມ່ແນັດ ໄດ້ພ້ອມໃຈກັນໂພສຮູບພໍ່-ແມ່-ລູກ ສຸດອົບອຸ່ນ ມີແຄັບຊັ່ນຄືກັນວ່າ: “ເຣມາ ຂອງຂວັນຈາກພຣະເຈົ້າ” ມີພີ່ນ້ອງ, ໝູ່ເພື່ອນ ແລະ ແຟນຄຣັບແຫ່ສະແດງຄວາມຍິນດີຢ່າງລົ້ນເຫຼືອ.

ຮູບພາບຈາກ: nat_nattasha

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ