ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ, ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ.

1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ
ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ.
2. ບໍ່ຄວນຢູ່ຄົນດຽວ
ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… ຈະດີກວ່າ.

3. ຍອມຮັບການຕັດສິນໃຈຂອງຕົນເອງ
ຜູ້ຍິງສ່ວນຫຼາຍມັກຈະເສຍໃຈໃນສິ່ງທີ່ຕົນເອງເຮັດລົງໄປ, ເມື່ອເຮົາເສຍດາຍສິ່ງທີ່ເຮົາຕັດສິນໃຈໄປແລ້ວ ເຮົາຈະກັບມາຖາມຕົນເອງວ່າ ຖ້າຫວນຄືນເວລາກັບໄປໄດ້ເຮົາຈະເຮັດແບບນັ້ນຫຼືບໍ່ ເຊິ່ງການເຮັດແບບນີ້ ຈະເຮັດໃຫ້ເຮົາຮູ້ວ່າ ສິ່ງທີ່ເຮົາຕັດສິນໃຈໄປແລ້ວ ຄືສິ່ງທີ່ດີທີ່ສຸດ.
4. ຊອກຫາກິດຈະກຳໃໝ່ໆເຮັດ
ໄລຍະນີ້ເປັນເວລາວ່າງຢ່າງແທ້ຈິງ ຫາກວ່າເຮົາເຄີຍຢາກເຮັດກິດຈະກຳຫຍັງແລ້ວບໍ່ໄດ້ເຮັດ ເພາະແຟນເກົ່າຫ້າມ ລອງໃຊ້ໂອກາດນີ້ເຮັດສິ່ງໃໝ່ໆຈະດີທີ່ສຸດ.

5. ເຊົາຄຽດ ແລະ ເຊົາຊັງ
ເຖິງແມ່ນວ່າຈະຈາກກັນບໍ່ດີປານໃດ ແຕ່ຈົ່ງຄິດໄວ້ວ່າການຊັງເຂົາກໍບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກຂຶ້ນມາເລີຍ. ດັ່ງນັ້ນ, ຈົ່ງລືມເຂົາ ແລະ ໃຫ້ອະໄພເຂົາສາ.
6. ກັບມາສົນໃຈໂຕເອງ
ເວລາທີ່ເຮົາຄົບກັບເຂົາ ເຮົາອາດຈະໃສ່ໃຈເຂົາຈົນລືມໃສ່ໃຈໂຕເອງ ແຕ່ຕອນນີ້ເຮົາເປັນອິດສະຫຼະ ກໍເປັນເວລາທີ່ເຮົາຈະກັບມາເຮັດຕາມໃຈໂຕເອງ ບໍ່ວ່າຈະເປັນ ການເຮັດສີຜົມ, ແຕ່ງໜ້າ, ແຕ່ງໂຕ, ໄປທ່ຽວໃນສະຖານທີ່ທີ່ເຮົາຢາກໄປ…
7. ເວົ້າລະບາຍຄວາມໃນໃຈ
ລອງຊອກຫາໝູ່ສະໜິດທີ່ເຮົາໄວ້ໃຈ ເລົ່າຄວາມຮູ້ສຶກທີ່ມີໃຫ້ເຂົາຟັງ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ມີຄຳປຶກສາທີ່ດີໆໃຫ້ກັບເຮົາໄດ້ ແຕ່ຈົ່ງເຊື່ອວ່າຫຼັງຈາກການເລົ່າແລ້ວເຮົາຈະຮູ້ສຶກດີຂຶ້ນຢ່າງແນ່ນອນ.

8. ຂຽນລະບາຍຄວາມຮູ້ສຶກ
ບາງເລື່ອງທີ່ເຮົາບໍ່ຢາກເລົ່າໃຫ້ໃຜຟັງ ລອງປ່ຽນມາເປັນການຂຽນບັນທຶກ ຮັບຮອງວ່າຂຽນແລ້ວເຮົາຈະຮູ້ສຶກໂລ່ງຂຶ້ນມາທັນທີ.
ການ Move on ເປັນເລື່ອງທີ່ຍາກ ແລະ ຕ້ອງໃຊ້ເວລາ ແຕ່ຖ້າເຮົາຕັ້ງໃຈຈະລືມແທ້ໆ ເຮົາຈະສາມາດກ້າວຜ່ານມັນໄປໄດ້ແນ່ນອນ. ສຸດທ້າຍແອັດ ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງຢູ່ໃນຄວາມຮູ້ສຶກແບບນີ້ ຂໍໃຫ້ກ້າວຜ່ານມັນໄປໄດ້ໂດຍໄວ ກັບມາເປັນຜູ້ຍິງທີ່ເຂັ້ມແຂງ ແລະ ສົດໃສ.
https://www.sanook.com/women/167579/
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine