ນ້ອງແຮ່ນນ້າ ໂຣເຊັນບູມ Miss Teen Laos2019 2Nd Runner Up ເປັນຜູ້ຍິງລາວຄົນດຽວທີ່ເຂົ້າຮອບການແຂ່ງຂັນ Girl group rap star ໝາຍເລກ G15 ຈັດຢູ່ຊ່ອງ Workpoint ທີ່ຄັດເລືອກໄວໜຸ່ມຢາກເປັນນັກຮ້ອງກຸ່ມ ຈາກ 6,000 ຄົນ ທົ່ວປະເທດໄທ ໂດຍ ເຊິ່ງຜ່ານມາ ແຮ່ນນ້າກໍສະແດງໄດ້ດີຕະຫຼອດ ແລະ ຕັ້ງໃຈຫຼາຍ ຈົນໝູ່ເພື່ອນໃນທີມມອບໝວກ VIP ໃຫ້.


ໃນ EP ຫຼ້າສຸດ ແຮ່ນນ້າ ໄດ້ຜ່ານເຂົ້າຮອບສຸດທ້າຍແລ້ວ ເຊິ່ງເປັນວິນາທີທີ່ນ້ອງ ແລະ ແຟນຄຣັບທຸກຄົນລຸ້ນຈົນຈະເປັນລົມ ໃນທີ່ສຸດນ້ອງກໍເຮັດໄດ້.

ແອັດຂໍເປັນກຳລັງໃຈ ແລະ ຝາກແຮງໃຈ ແຮງເຊຍໃຫ້ສາວນ້ອຍຄົນເກັ່ງມາກຄວາມສາມາດ Hannah Rosenbloom ແດ່ເດີ້ທຸກຄົນ.





ຂໍ້ມູນ: https://youtu.be/Stsmshp4Kwo
ຮູບພາບຈາກ: Hannah Rosenbloom
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine