ລູກນໍ້າ ທິດາລັດ ວົງສິຣິ ດາຣາ-ນັກສະແດງ ຊຸບຕາຊື່ດັງຂອງປະເທດລາວ ສົມດັ່ງສາຍາ ດາຣາຄົນງາມ-ໃຈບຸນແທ້ໆ ເຊິ່ງຕັ້ງແຕ່ເຂົ້າວົງການມາກໍຈະເຫັນໄດ້ວ່າລູກນໍ້າໄດ້ອຸທິດຕົນໃນການຊ່ວຍເຫລືອສັງຄົມລາວສະເໝີມາ ບໍ່ວ່າຈະເປັນຄົນທຸກຍາກ, ຜູ້ດ້ວຍໂອກາດ ຫຼືບໍ່ວ່າຈະເກີດເຫດການຫຍັງຂຶ້ນ ຖ້າພີ່ນ້ອງຄົນລາວເຮົາມີຄວາມເດືອດຮ້ອນ ລູກນໍ້າກໍຈະພາຍາຍາມຊ່ວຍເຫລືອທຸກວິທີທີ່ສາມາດຊ່ວຍໄດ້ ແລະ ຫລ້າສຸດກໍແມ່ນ ເລື່ອງເຄາະຮ້າຍໄຟໄຫມ້ເຮືອນຂອງພໍ່ຕູ້ໂສມ ທີ່ລູກນໍ້າກໍໄດ້ຢື່ນມືເຂົ້າໄປຊ່ວຍອີກເຊັ່ນເຄີຍ.
ວັນທີ 15 ຕຸລາ 2020 ລູກນໍ້າ ທິດາລັດ ໄດ້ໂພສ໌ຮູບພໍ່ຕູ້ໂສມຜ່ານ Facebook ສ່ວນຕົວ ກ່ຽວກັບເຫດການໄຟໄໝ້ເຮືອນໝົດກ້ຽງໝົດບໍ່ເຫລືອຫຍັງເລີຍ ເຊິ່ງເຫດໄຟໄໝ້ເກີດໃນ ວັນທີ 6 ຕຸລາ 2020 ທີ່ຜ່ານມາ ທີ່ ບ້ານດອນ ເມືອງນາກາຍ ແຂວງຄໍາມ່ວນ. ປັດຈຸບັນພໍ່ຕູ້ໂສມອາຍຸ 80 ປີ ມີລູກສອງຄົນ ແລະ ຕອນນີ້ເພິ່ນໄດ້ອາໄສຢູ່ນຳເຮືອນພີ່ນ້ອງ.
ການໂພສ໌ຂໍຄວາມຊ່ວຍເຫຼືອຂອງລູກນໍ້າແມ່ນແລ້ວແຕ່ຜູ້ມີໃຈສັດທາ ເຊິ່ງຈະຊ່ວຍເປັນວັດຖຸ ຫລືປັດໃຈກໍໄດ້, ຖ້າທ່ານໃດຢູ່ໃກ້ສະດວກກໍສາມາດໄປມອບໃຫ້ພໍ່ຕູ້ໂດຍກົງໄດ້ເ�
Kuanjai Magazine