Breaking News

“ເຮົາ HOUSE the series” ຊີຣີທີ່ກໍາລັງມາແຮງໃນຕອນນີ້

ແບ່ງປັນ

ປັດຈຸບັນວົງການ Series (ຊີຣີ) ບ້ານເຮົາ  ກຳລັງເປັນທີ່ນິຍົມໃນສັງຄົມລາວ ເຫັນໄດ້ຈາກຫຼາຍໆເລື່ອງທີ່ຜ່ານມາ ແລະ ບອກໄດ້ເລີຍວ່າຕອນນີ້ອີກໜຶ່ງເລື່ອງທີ່ກຳລັງມາແຮງນັ້ນກໍຄື “HOUSE The Series” ພຽງແຕ່ປ່ອຍອອກອາກາດໄປພຽງ 3 EP ກໍໄດ້ຮັບກະແສຕອບຮັບເປັນຢ່າງດີຈາກແຟນໆ, ເຊິ່ງ series ເລື່ອງນີ້ແມ່ນໄດ້ຜູ້ກໍາກັບໄຟແຮງນັ້ນກໍຄື ດິ້ງ-ອາທິດໄຊ ບວນດາວເຮືອງ ເຊິ່ງມີປະສົບການໃນການສ້າງ series  ມາແລ້ວນັ້ນກໍຄື ເລື່ອງ “ຮັກນີ້ສີບົວ ແລະ ຮັກນີ້ສີບົວ 2”.

“HOUSE The Series” ເປັນເລື່ອງລາວທີ່ມີເນື້ອຫາກ່ຽວກັບກຸ່ມໄວໝຸ່ມ 6 ຄົນ ເຊິ່ງນໍາສະແດງໂດຍມີ ທັອບ ຮັບບົດໂດຍ ອິນດູ່ ສີຫາປັນຍາ, ນ້ຳຝົນ ທີ່ຮັບບົດໂດຍ ພິລັນຍາ ທິບພົມວົງ ຫຼື ໝີພູ, ນັດດາ ທີ່ຮັບບົດໂດຍ ແກ້ວຕາ ພອນປະເສີດ, ກັອບ ຮັບບົດໂດຍ ອາທິດ ສີລາວົງ , ນົກ ຮັບບົດໂດຍ ພຽງຟ້າ ພິລາພັນເດ ແລະ ອາລິດ ຮັບບົດໂດຍ ໃຈເດັດ ໂງ່ນວໍລະລາດ, ທີ່ຕ້ອງໄດ້ມາພົບກັນຢູ່ໃນສະຖາບັນການຮຽນແຫ່ງໜຶ່ງ ໂດຍແຕ່ລະຄົນນັ້ນຈະພົບບັນຫາທີ່ແຕກຕ່າງກັນເຊັ່ນເລື່ອງ LGBT, ຄວາມສະເໜີພາບຍິງຊາຍ ແລະ ທາງດ້ານສຸຂະພາບຈະເລີນພັນພາຍໃນຕົນເອງ ແລະ ຄອບຄົວ ຈຶ່ງເຮັດໃຫ້ພວກເຂົາຕ້ອງຫາວິທີທາງເພື່ອຊອກຫາທາງອອກຕໍ່ສິ່ງດັ່ງກ່າວ ແລະ ເລື່ອງລາວຂອງ Series ເລື່ອງນີ້ ຍັງເລົ່າເຖິງຄວາມແຕກຕ່າງໃນໄວຮຽນຂອງກຸ່ມໄວໜຸ່ມເປັນຕົ້ນເລື່ອງຄວາມຮັກ, ການຮຽນ ແລະ ອີກຫຼາຍໆຢ່າງທີ່ເກີດຂຶ້ນໃນໂຮງຮຽນ.

ເລື່ອງນີ້ນອກຈາກເນື້ອຫາຈະດີແລ້ວ ຕົວລະຄອນແຕ່ລະຕົວນັ້ນກໍເດັ່ນ ແລະ ບາດສາມາດຕີບົດແຕກໄດ້ທຸກສາກ ບອກໄດ້ເລີຍວ່າສາມາດເຮັດໃຫ້ແຟນໆນັ້ນອິນໄປຕາມໆກັນນັ້ນເອງ.

ແຟນໆ!!ສາມາດຮັບຊົມໄດ້ທຸກໆວັນສຸກຜ່ານເພຈ: ເຮົາ HOUSE the series

ແບ່ງປັນ