Breaking News

ກຽມເບິ່ງ! ດວງເດືອນເຕັມດວງເປັນສີເລືອດ ໃນຄືນ 8 ພະຈິກນີ້

ແບ່ງປັນ

ຈັນທະຄາດ ຫຼື ກົບກິນເດືອນ ໃນວັນທີ 8 ພະຈິກນີ້ ເຊິ່ງກົງກັບວັນບຸນນະມັດສະການພະທາດຫຼວງ. ພິເສດໃນຄັ້ງນີ້ ຈະເຫັນດວງເດືອນເປັນສີເລືອດ ຕັ້ງແຕ່ເວລາປະມານ 15:00 – 21:00.

ດວງເດືອນຈະເລີ່ມເຂົ້າສູ່ເງົາມົວຂອງໂລກ ເວລາ 15:00 ແລະ ເກີດເປັນປາກົດການກົບກິນເດືອນບາງສ່ວນໃນເວລາ 16:00 ຈົນເລີ່ມກິນເຕັມຕົວໃນ ເວລາ 17:15 – 18:40. ຫຼັງຈາກນັ້ນ ດວງເດືອນຈະເລີ່ມອອກຈາກເງົາມືດ ຈົນເງົາມົວໝົດໄປໃນເວລາປະມານ 19:50 ຈົນສິ້ນສຸດປາກົດການໃນເວລາ 21:00.

.

ປາກົດການຈັນທະຄາດ ຫຼື ກົບກິນເດືອນນີ້ ເປັນປາກົດການທີ່ດວງຕາເວັນ, ໂລກ ແລະ ດວງເດືອນ ໂຄຈອນມາແນວດຽວກັນ ຕັ້ງສາກກັນ, ໂດຍມີໂລກ ຢູ່ລະຫວ່າງກາງ, ເກີດຂຶ້ນໃນໄລຍະທີ່ຂຶ້ນ 15 ຄ່ຳ. ໃນຕອນທີ່ດວງເດືອນໂຄຈອນຜ່ານເຂົ້າໄປໃນເງົາມືດຂອງໂລກທີ່ສະທ້ອນໄປໃນອະວະກາດ ເຮັດໃຫ້ຜູ້ຄົນຢູ່ເທິງໜ້າໂລກ ເບິ່ງເຫັນດວງເດືອນແຫວ່ງໄປເທື່ອລະໜ້ອຍ ຈົນດວງເດືອນເຂົ້າໄປຢູ່ໃນເງົາມືດ ແລະ ເລີ່ມເຫັນດວງເດືອນແຫວ່ງອີກຄັ້ງ ເມື່ອມັນເຄື່ອນຕົວອອກມາຈາກເງົາມືດຂອງໂລກ.

ແບ່ງປັນ