ໂຕ່ໂນ່ ພາຄິນ ນັກຮ້ອງ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຫຼິ້ນຄອນເສີດທີ່ ສູນການຄ້າວຽງຈັນເຊັນເຕີ້ ໃນວັນອາທິດ ວັນທີ 19 ກຸມພາ ທີ່ຜ່ານມາ ແລະ ໃນອິນສະຕາແກມສ່ວນຕົວຂອງນັກຮ້ອງໜຸ່ມສຸດເຈົ້າຊູ້ຄົນນີ້ກໍໄດ້ໂພສຮູບກຳລັງຈະຂ້າມທາງແຖວແຄມຂອງພ້ອມຂຽນຄໍາອະທີບາຍກ້ອງຮູບວ່າ: “ລໍຖ້າຫຼິ້ນຄອນເສີດທີ່ວຽງຈັນ…ສິ່ງທີ່ສັງເກດ ແລະ ໜ້າເອົາໄປພັດທະນາປະເທດເຮົາຄື ຖະໜົນຫົນທາງທີ່ນີ້ອາດຈະບໍ່ໃຫ່ຍເທົ່າກັບບ້ານເຮົາ ແຕ່ພື້ນຫົນທາງລຽບຫຼາຍ”.
ຈັ່ງໃດ ຊະນີIndy ແລະ ຄົນລາວທຸກຄົນກໍຍິນດີຕ້ອນຮັບເດີ້ ມື້ໜ້າຢ່າລືມມາຢາມກັນອີກແດ່ເດີ້ ອ້າຍ ໂຕ່ໂນ່…
#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ
ຂໍຂອບໃຈຮູບພາບຈາກ: mootono29
ຊະນີIndy ມີຄຣິບຕອນທີ່ໜຸ່ມ ໂຕໂນ່ ມາຫຼິ້ນຄອນເສີດມາຝາກນໍາເດີ້ ສາມາດເບິ່ງໄດ້ເລີຍ…