ໂຄງການສ້າງເສັ້ນທາງສາມແຍກຈີ່ນາຍໂມ້ ຫາ ສາມແຍກສີຖານໃຕ້ ຈະໃຫ້ສໍາເລັດໃນທ້າຍປີນີ້ ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົ້ງໃໝ່. ໂຄງການເພີ່ນກໍມີຄວາມເອົາໃຈໃສ່ດີ ເມື່ອສ້າງເສັ້ນທາງສຳເລັດ ກໍຈະເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນສະດວກສະບາຍຂຶ້ນ. ໂຄງການສ້າງເສັ້ນທາງເບຕົ້ງເສີມເຫລັກ ແຕ່ສາມແຍກຈິນາຍໂມ້ ຫາສາມແຍກ ບ້ານທ່າແຂກ (ເມືອງຫາດຊາຍຟອງ) ນະຄອນຫລວງວຽງຈັນ, ທີ່ມີຄວາມຍາວ 14 ກິໂລແມັດ, ມີ 4 ຊ່ອງທາງການສັນຈອນ, ກວ້າງ 12 ແມັດ ແລະ ທາງຍ່າງເບື້ອງລະ 1,50 Cm ມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາ ໂດຍບໍລິສັດຫາຍຫານ ການທຸລະກິດ ຈຳກັດ ໂດຍເລີ່ມລົງມືການກໍ່ສ້າງມາແຕ່ເດືອນ 4 ປີ 2016 ແລະ ຄາດວ່າຈະສໍາເລັດ ໃນທ້າຍປີ 2017 ນີ້. ທ່ານ ພຸນສົມບັດ ເຟື້ອມະນີວົງ, ຫົວໜ້າຄຸ້ມຄອງໂຄງການ ກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ໃນວັນທີ 21 ກຸມພານີ້ວ່າ: ໂຄງການເສັ້ນທາງເບຕົ້ງເສີມເຫລັກແຕ່ 3 ແຍກຈິນາໂມ້ ຫາ ສາມແຍກບ້ານທ່າແຂກ ເປັນໂຄງການ ການລົງທຶນຂອງລັດ 100% ມີມູນຄ່າການກໍ່ສ້າງທັງໝົດ 50 ລ້ານໂດລາ, ມີລະດັບມາດຕະຖານການກໍ່ສ້າງລະດັບສາກົນ, ມີຄວາມໜາ 23Cm ມີ 4 ຊ່ອງທາງການສັນຈອນ, ທາງຄົນຍ່າງ, ພ້ອມໄຟເຍືອງທາງຄົບຊຸດ, ເມື່ອສ້າງສຳເລັດ ຈະອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນໄປມາຫາສູ່ ຄ້າຂາຍໄດ້ຢ່າງສະດວກສະບາຍ ຫລາຍຍິ່ງຂຶ້ນ. ທ່ານ ພຸນສະຫວັດ ເຟື້ອມະນີວົງ ໃຫ້ຮູ້ຕື່ມວ່າ: ໃນເບື້ອຕົ້ນ ໂຄງການດັ່ງກ່າວ ໄດ້ແບ່ງທີມງານອອກເປັນ 3 ທີມ ຄື: ທີມວາງທໍ່, ທີມລົງດິນ ແລະ ທີມປູເບຕົງ. ປັດຈຸບັນ ແມ່ນສຸມໃສ່ປູເບຕົ້ງ ແຕ່ສາມແຍກຈິນາຍໂມ້ ຫາ ສາມແຍກສົມໂຮງ ແລະ ຈະໃຫ້ສໍາເລັດໃນຕົ້ນເດືອນເມສານີ້. ລຸງຄຳ ບ້ານທະນາ ອາຊີບຄ້າຂາຍເວົ້າວ່າ: ເປັນການລໍຄອຍມາ 20 ກວ່າປີແລ້ວ ແລະ ສຸດແສນດີໃຈ ທີ່ຈະໄດ້ເສັ້ນທາງເບຕົ້ງໃໝ່. ໂຄງການເພີ່ນກໍມີຄວາມເອົາໃຈໃສ່ດີ ເມື່ອສ້າງເສັ້ນທາງສຳເລັດ ກໍຈະເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນ, ໄປມາຄ້າຂາຍສະດວກສະບາຍຫລາຍຂຶ້ນ ເພາະໄລຍະຜ່ານມາພົບຄວາມຫຍຸ້ງຫລາຍ ຍາມຝົນທາງເປັນຂຸມເປັນຕົມ ພໍຕົກຍາມແລ້ງກໍມີແຕ່ຂີ້ຝຸ່ນ ຈົນໄດ້ອັດປະຕູເຮືອນໄວ້ ແລ້ວໜີໄປຢູ່ສວນ. ຂໍຂອບໃຈຂໍ້ມູນຈາກ: ຂປລ
ຂໍຂອບໃຈຂໍ້ມູນຈາກ: ຂປລ