ຂໍ້ຫ້າມຄົນບູຮານສໍາລັບແມ່ຍິງຖືພາ
ສະບາຍດີສາວໆ ແຟນໆຂວັນໃຈ ຖ້າຈະເວົ້າເຖິງຄວາມເຊື່ອຂອງຄົນບູຮານແລ້ວ ແມ່ນມີຄວາມເຊື່ອຫຼາກຫຼາຍແບບ ເປັນກົນອຸບາຍທີ່ປ້ອງກັນຈາກສິ່ງບໍ່ດີທີ່ຈະເກີດກັບຕົວເຮົາ ດັ່ງນັ້ນຖ້າເຮົາຈະເຊື່ອ ແລະ ເຮັດຕາມຄວາມເຊື່ອຂອງຄົນບູຮານນັ້ນກໍຈະເປັນການດີ ໂດຍສະເພາະແມ່ຍິງທີ່ຖືພາມັນແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍໃນການເບີ່ງແຍງຮັກສາ ບໍ່ໃຫ້ເກີດການກະທົບກະທັ່ງ ຫຼືສົ່ງຜົນເຖິງລູກທີ່ຢູ່ໃນທ້ອງ ແລະ ຕົວແມ່ເອງ. ມື້ນີ້ BeautyGru ຈະເອົາເລື່ອງລາວນີ້ມາເວົ້າໃຫ້ສາວໆ ແລະ ແຟນໆຂວັນໃຈໄດ້ຮູ້ກັນກ່ຽວກັບ 17 ຂໍ້ຫ້າມຕາມຄວາມເຊື່ອຂອງຄົນບູຮານສໍາລັບແມ່ຍິງຖືພາ
- ຫ້າມໄປງານສົບ: ເພາະຈະເຮັດໃຫ້ວິນຍານເລ່ລ່ອນທີ່ຢູ່ໃນວັດນໍາມາເຮືອນ
- ຄວນກິນເຂົ້າກັບປາແຫ້ງ: ເພາະຖ້າບໍາລຸງດີເກີນໄປ ເດັກນ້ອຍຈະຕົວໃຫຍ່ ແລະ ເກີດຍາກ
- ຫ້າມກິນຫົວໝາກປີ: ເພາະຢາງຈາກຫົວໝາກປີຈະເຮັດໃຫ້ລູກເກີດຍາກ
- ຫ້າມແຫງນໜ້າເບີ່ງເດືອນ: ເພາະຈະເຮັດໃຫ້ລູກຕາເຫຼ່ວ
- ຫ້າມອາບນໍ້າຕອນເດຶກ: ຄົນບູຮານເຊື່ອວ່າການທີ່ອາບນໍ້າຕອນເດິກຈະເຮັດໃຫ້ມີນໍ້າຄໍ່າຫຼາຍ
- ຫ້າມຊື້ເຄື່ອງໃຊ້ເດັກນ້ອຍມາໄວ້ກ່ອນຈະເກີດ: ໂດຍເຊື່ອວ່າຖ້າຊື້ມາໄວ້ກ່ອນແລ້ວເດັກນ້ອຍອາດຈະບໍ່ໄດ້ເກີດມາເພາະມີວິນຍານທີ່ອິດສາຈະມາເອົາເດັກນ້ອຍທີ່ຢູ່ໃນທ້ອງໄປບໍ່ໃຫ້ເກີດ
- ຕິດເຂັມຂັດໃສ່ເສື້ອເມື່ອຕ້ອງອອກຈາກເຮືອນຕອນແລງ: ເພື່ອປ້ອງກັນສິ່ງຊົ່ວຮ້າຍທີ່ຈະເຂົ້າມາທໍາຮ້າຍ
- ຢ່າປ້ອຍດ່າ ຫຼືສາບແຊ່ງຄົນອື່ນ: ເພາະຈະເຮັດໃຫ້ລູກຕົວເອງໄດ້ຮັບຜົນກໍານັ້ນແທນຄົນທີ່ເຮົາປ້ອຍດ່າ ຫຼືສາບແຊ່ງ
- ຫ້າມໃຫ້ເຈາະ, ທຸບ, ຂຸດ, ຕັດເຄື່ອງໃຊ້ ເຟີນີເຈີພາຍໃນເຮືອນ: ໂດຍເຊື່ອວ່າວິນຍານ ຫຼືຂວັນຂອງເດັກນ້ອຍທີ່ຈະມາເກີດອາດຈະສະຖິດຢູ່ໃນເຮືອນບ່ອນໃດບ່ອນໜຶ່ງໃນເຮືອນ
- ຫ້າມກິນໝາກກ້ວຍ, ຫ້າມກິນໝາກຖົ່ວລຽນ: ຈະເຮັດໃຫ້ເດັກນ້ອຍທີ່ເກີດມາມີຕົວຕົນເປື້ອນ, ມີແປ້ງຕິດຕາມຕົວຕອນເກີດມາ
- ຫ້າມກິນອາຫານເຜັດຮ້ອນ: ເພາະເຊື່ອວ່າອາຫານເຜັດຮ້ອນຈະໄປຫົດຫົວຂອງເດັກນ້ອຍ ເຮັດໃຫ້ເດັກນ້ອຍຮ້ອນແສບ
- ຫ້າມກິນຜັກເປັນເຄືອ: ເພາະເຊື່ອວ່າຈະເຮັດໃຫ້ເກີດລູກຍາກ ແຕ່ຖ້າຈະກິນແທ້ໆກໍຕ້ອງມີວິທີແກ້ເຄັດກ່ອນຈຶ່ງກິນ
- ຫ້າມກິນຫອຍ: ຄົນບູຮານເຊື່ອວ່າຖ້າກິນຫອບຈະເປັນລາງຮ້າຍ ເດັກນ້ອຍຈະບໍ່ອອກມາຈະຕິດຢູ່ໃນທ້ອງຄືກັນກັບຫອย
- ຫ້າມກິນຊີ້ນງົວ: ຄົນບູຮານເຊື່ອວ່າຖ້າກິນຊີ້ນງົວຕົວຂອງເດັກນ້ອຍທີ່ເກີດອອກມາຈະມີໄຂຕິດຕາມຕົວ ແລະ ລ້າງອອກຍາກ
- ຫ້າມກິນໄຂ່ຕໍ່, ໄຂ່ແຕນ: ເພາະເຊື່ອວ່າຖ້າຄົນຖືພາກິນໄຂ່ຕໍ່, ໄຂ່ແຕນລູກທີ່ເກີດມາຈະດື້ ແລະ ໃຈຮ້າຍຄືກັນກັບຕໍ່ແຕນທີ່ໄລ່ຕອດຄົນ
- ຫ້າມກິນໝາກກ້ວຍນໍ້າ: ຄົນບູຮານເຊື່ອວ່າຈະເຮັດໃຫ້ເດັກນ້ອຍຕົວໃຫຍ່ ແລະ ເກີດຍາກ ເພາະສະໄໝກ່ອນບໍ່ມີໂຮງໝໍຕ້ອງອາໄສໝໍຕໍາແຍມາຊ່ວຍເກີດໃຫ້
- ຫ້າມກິນໝາກໄມ້ຝາແຝດ ຫຼືໝາກໄມ້ທີ່ເປັນພວງຕິດກັນ: ເພາະເຊື່ອວ່າຈະເຮັດໃຫ້ໄດ້ລູກແຝດ
ທຸກເລື່ອງທີ່ຄົນບູຮານເຊື່ອກັນມານັ້ນ ພວກເຮົາເກີດໃໝ່ໃຫຍ່ນໍາຫຼັງ ເຖິງຈະບໍ່ເຊື່ອແຕ່ເຮົາກໍບໍ່ຄວນດູໝີ່ນເດີ້
By: BeautyGuru
ທີ່ມາ: MedThai