Breaking News

ປ່ຽນ​ມື້​ເຮັດ​ວຽກປົກກະຕິ ​ໃຫ້​ເປັນ​ມື້​ທີ່ພິ​ເສດທີ່ສຸດ

ແບ່ງປັນ

ປ່ຽນມື້ເຮັດວຽກປົກກະຕິ ໃຫ້ເປັນມື້ທີ່ພິເສດທີ່ສຸດ

“ສຸກໃດຈະເທົ່າສຸກ, ເສົາ, ອາທິດ” ຄົນເຮັດວຽກຫຼາຍໆຄົນຈະເຫັນດີນຳກັບຄຳຄົມນີ້ຫຼືບໍ່ ? ແຕ່ຖ້າຫາກປ່ຽນມື້ເຮັດວຽກ ຈັນ-ສຸກ ໃຫ້ກາຍເປັນມື້ທີ່ພິເສດໄດ້ ເຈົ້າກໍຈະຍິ້ມແຍ້ມແຈ່ມໃສຕະຫຼອດເວລາ, ເຮັດໃຫ້ມັນສະໝອງປອດໂປ່ງເດີນແມ່ນແລ່ນສະດວກ ເພາະອາລົມມີຜົນຕໍ່ການປະມວນຜົນຂອງສະໝອງ ຖ້າອາລົມດີຈະຊ່ວຍໃຫ້ມີຄວາມຄິດສ້າງສັນ, ໃນທາງກົງກັນຂ້າມ ຖ້າຢູ່ໃນອາລົມທີ່ວິຕົກກັງວົນ ຫຼື ແມ່ນແຕ່ມີຄວາມມຸ່ງໝັ້ນຫຼາຍເກີນໄປ ຈະມີຜົນເຮັດໃຫ້ຄິດບໍ່ອອກ, ສະໝອງບໍ່ແລ່ນ.

ອາລົມດີ ຫຼື ບໍ່ດີ ມີຜົນຕໍ່ການຄິດ ແລະ ການແກ້ໄຂບັນຫາໄດ້.

ໄປຮອດບ່ອນເຮັດວຽກໃຫ້ໄວຂຶ້ນ 10 ນາທີ ແລະ ເລີ່ມຕົ້ນກິດຈະກຳໃດໜຶ່ງທີ່ທ່ານເຮັດແລ້ວມີຄວາມສຸກ  ລອງເຮັດກິດຈະກຳໃດໜຶ່ງທີ່ຖືກໃຈກ່ອນເວລາຈະເລີ່ມເຮັດວຽກ ເຊັ່ນ: ດື່ມກາເຟທີ່ມັກ, ອ່ານວາລະສານທີ່ມັກ, ຟັງເພງ, ນັ່ງສະມາທິ ຫຼື ອື່ນໆ.

ຂໍເວລານອກສັ້ນໆ ມື້ລະ 3 ຄັ້ງ ເມື່ອເລີ່ມເຮັດວຽກໄດ້ພໍສົມຄວນແລ້ວ ອາດຈະເລີ່ມຄົ້ນຄິດວາງແຜນບໍ່ຄ່ອງ, ສະໝອງບໍ່ແລ່ນ ຢ່າໄປນັ່ງບີບບັງຄັບຕົວເອງຕໍ່ໄປ ລອງຂໍເວລານອກໄປຍ່າງຫຼິ້ນ, ຢືດເສັ້ນຢືດສາຍໃຫ້ສະບາຍຕົວຈັກ 5-10 ນາທີ (ຄໍາເຕືອນ: ຢ່າຫາຍໂຕໄປດົນອາດຈະຖືກຫັກເງິນ ເດືອນໄດ້…) ແລ້ວຈຶ່ງມາສືບຕໍ່ວຽກງານທີ່ຍັງຄ້າງຄາຈະໄດ້ຮັບຜົນດີກວ່າ.

ຝຶກຈິດໃຈໃຫ້ມີຄວາມສຸກໃນການເຮັດວຽກຮ່ວມກັບຄົນອື່ນ ໃນຊີວິດປະຈຳວັນ ການເຮັດວຽກອາດຈະຕ້ອງໄດ້ຕິດຕໍ່ພົວພັນກັບຄົນທີ່ມີຄວາມຄິດແຕກຕ່າງກັນ. ສະນັ້ນ, ຢ່າເບິ່ງວ່າມັນຄືບັນຫາ ແຕ່ໃຫ້ເບິ່ງວ່າເປັນການໄດ້ຮ່ວມງານກັບຄົນທີ່ມີທັກສະ ແລະ ທັດສະນະຄະຕິແຕກຕ່າງຈາກທ່ານ ຈະຊ່ວຍເຮັດໃຫ້ຜົນງານມີປະສິດທີພາບ ແລະ ຫຼາກຫຼາຍຍິ່ງຂຶ້ນ.

ເສີມສ້າງຄວາມໝັ້ນໃຈໃຫ້ກັບຕົວເອງດ້ວຍການນັ່ງໂຕຊື່ສະເໝີ ການນັ່ງເຮັດວຽກໃນທ່ານັ່ງໂຕຊື່ທີ່ຖືກລັກສະນະ, ວາດຈິນຕະນາການວ່າມີຄົນດຶງເຊືອກເທິງຫົວເຮົາຂຶ້ນຈົນເຄັ່ງ ວິທີນີ້ ນອກຈາກຈະສົ່ງຜົນດີຕໍ່ສັນຫຼັງແລ້ວ ການນັ່ງໂຕຊື່ຍັງຊ່ວຍເສີມສ້າງໃຫ້ມີຄວາມໝັ້ນໃຈ ແລະ ພູມໃຈໃນຕົວເອງ. ນອກຈາກນີ້, ຄວນເລືອກຂະໜາດໂຕະ ແລະ ຕັ່ງໃຫ້ເໝາະສົມກັບຕົວຂອງທ່ານ ໂດຍສະເພາະຕັ່ງ ຕ້ອງມີບ່ອນອີງ ເວລານັ່ງໃຫ້ກົ້ນນັ່ງເຕັມເບາະ ແລະ ຕີນໃຫ້ຕິດກັບພື້ນ.

ສ້າງແຮງບັນດານໃຈກ່ອນຈັດການບັນຫາໜັກໃຈ ຖ້າຕ້ອງເຮັດວຽກຍາກເປັນພິເສດ ຫຼື ພົບກັບບັນຫາທີ່ຍາກໆແດ່ ລອງອ່ານຊີວະປະຫວັດ ຫຼື ເບິ່ງຮູບເງົາກ່ຽວກັບຄົນທີ່ປະສົບຜົນສຳເລັດໃນຊີວິດ ເພາະມັນອາດຈະສ້າງແຮງບັນດານໃຈໃຫ້ໄດ້ ຫຼື ລອງອ່ານປຶ້ມທຳມະໃນຫົວຂໍ້ທີ່ກ່ຽວກັບເລື່ອງທີ່ອຸກໃຈ ແລ້ວຈະພົບວ່າບັນຫາທີ່ພົບນັ້ນ ສາມາດແກ້ໄຂບັນຫາໄດ້ງ່າຍໆ.

 

 

ແບ່ງປັນ