Breaking News

ສໍາລັບສາວໆຄົນໃດທີ່ບໍ່ຄ່ອຍມີເວລາໄປວັດ ແລ້ວຢາກເຮັດບຸນ ລອງມາອ່ານ ແລະ ແຊຣເອົາບຸນນໍາກັນ

ແບ່ງປັນ

16 ວິທີເຮັດບຸນໂດຍບໍ່ຕ້ອງໄປວັດ

ສະບາຍດີສາວໆມາພົບພໍ້ກັນໃນບັນຍາກາດຍາມເຊົ້າແບບນີ້ ມື້ນີ້ຮູ້ສຶກວ່າອາກາດດີເປັນພິເສດ ເພາະເຫັນວ່າມີຝົນຕົກລົງມາໃນຕອນເຊົ້ານີ້ນໍາອີກ (ບັນຍາກາດແບບນີ້ເໝາະແກ່ການນອນຫົ່ມຜ້າເປັນທີ່ສຸດ) ແລະ ຕອນເຊົ້າແບບນີ້ບໍ່ວ່າແດດຈະອອກ ຝົນຈະຕົກ BeautyGuru ກໍຕ້ອງມາເພື່ອສົ່ງຕໍ່ສິ່ງດີໆໃຫ້ແກ່ສາວໆ ແຟນໆຂວັນໃຈເປັນປະຈໍາທຸກມື້ ແລະ ມື້ນີ້ກໍເຊັ່ນເຄີຍມາພົບພໍ້ກັນກໍຕ້ອງມີເລື່ອງດີໆມານໍາສະເໜີ ສ່ວນສາລະຈະມີຫຼາຍ ຫຼືໜ້ອຍພຽງໃດນັ້ນກໍພິຈາລະນາໄປພ້ອມກັນ ສິ່ງທີ່ເອົາມາຕ້ອນກັນໃນມື້ນີ້ກໍຄື ການເຮັດບຸນສໍາລັບສາວຄົນໃດ ແຟນຂວັນໃຈຄົນໃດທີ່ບໍ່ຄ່ອຍມີເວລາເຂົ້າວັດເພາະວຽກຫຼາຍ ມື້ນີ້ເຮົາມີວິທີດີໆທີ່ສາມາດເຮັດບຸນໂດຍທີ່ບໍ່ຕ້ອງເຂົ້າວັດ ສະນັ້ນຕໍ່ໄປນີ້ສາວໆກໍໝັ້ນໃຈໄດ້ເລີຍວ່າໃນແຕ່ລະມື້ສາວໆ ກໍໄດ້ເຮັດບຸນມາແລ້ວ ເຖິງຈະບໍ່ໄດ້ເຂົ້າວັດກໍຕາມ ວ່າແລ້ວໄປເບິ່ງກັນເລີຍວ່າມີວິທີໃດແດ່

  1. ເບີ່ງແຍງພໍ່ແມ່ ປູ່ຍ່າຕາຍາຍ ທີ່ຢູ່ໃນເຮືອນໃຫ້ພວກເຂົາມີຄວາມສຸກ ບໍ່ເຮັດໃຫ້ພວກເຂົາເດືອດຮ້ອນໃຈ ຫຼືທຸກ
  2. ໃສ່ບາດຕອນເຊົ້າກ່ອນຈະໄປເຮັດວຽກ ແມ່ນການເຮັດບຸນທີ່ດີທີ່ສຸດ
  3. ສູດມົນມື້ລະ 1 ບົດ ເປັນການສ້າງຕົວເອງໃຫ້ຢູ່ເທິງພື້ນຖານຂອງຄວາມຖືກຕ້ອງ ຈະເຮັດຫຍັງໃຫ້ຄໍານຶງເຖິງຄໍາວ່າ: ບາບ, ບຸນ, ຄຸນ ແລະ ໂທດນັ້ນເອງ
  4. ຖວາຍນໍ້າດື່ມ, ອາຫານຄາວຫວານ ຫຼືດອກໄມ້ພວງມາໄລ ໃຫ້ແກ່ພຣະພຸດທະຮູບທີ່ຢູ່ໃນເຮືອນ ຫຼືຫິ້ງພຣະທີ່ຢູ່ໃນເຮືອນແທນພໍ່ແມ່ ຫຼືປູ່ຍ່າທີ່ເຄີຍເຮັດປົກກະຕິລອງເບິ່ງ
  5. ນັ່ງສະມາທິ 5 ນາທີ ຈະເຮັດໃຫ້ຈິດໃຈໃຫ້ມີຄວາມສະຫງົບ ເຮັດວຽກຫຍັງກໍຈະມີຄວາມປະສົບຜົນສໍາເລັດຫຼາຍຂື້ນນໍາອີກ
  6. ບໍ່ກິນຊີ້ນສັດ ອັນນີ້ເວົ້າເລື່ອງການກິນຊີ້ນສັດແລ້ວກໍຫ້າມກັນບໍ່ໄດ້ ແຕ່ຖ້າໃຜເຮັດໄດ້ຈະເຮັດການເຮັດບຸນອີກຢ່າງໜຶ່ງ ອາດຈະງົດຈັກມື້ໜຶ່ງກໍໄດ້
  7. ເວົ້າ ຫຼືສັ່ງສອນເລື່ອງທັມມະ ແກ່ຜູ້ທີ່ກະທໍາສິ່ງທີ່ບໍ່ຖືກຕ້ອງກໍເປັນການສ້າງບຸນທີ່ດີຫຼາຍ
  8. ເຮັດບຸນກັບພຣະສົງທີ່ພົບລະຫວ່າງເດີນທາງເຊັ່ນ: ຖ້າພົບພຣະສົງທີ່ຢືນຖ້າລົດເມ ກໍອາດຈະໄປຖາມເຖິງຈຸດໝາຍປາຍທາງ ແລະ ຖ້າເຮົາສາມາດໄປສົ່ງເພີ່ນໄດ້ຈະເປັນການເຮັດບຸນທີ່ດີຫຼາຍ
  9. ຖ້າຮູ້ວ່າໃຜເດືອດຮ້ອນເຮົາຄວນຊ່ວຍເຫຼືອດ້ວຍຄວາມເຕັມໃຈ ແຕ່ການຊ່ວຍເຫຼືອນັ້ນຕ້ອງເບິ່ງກ່ອນວ່າເຮົາຊ່ວຍເຂົາໄປແລ້ວ ເຮົາຈະບໍ່ເດືອດຮ້ອນຕາມຫຼັງ
  10. ໃຫ້ຄໍາແນະນໍາທີ່ດີຕໍ່ກັບຜູ້ທີ່ມີຄວາມທຸກ ແລະ ເຂົ້າມາຂໍຄໍາປຶກສາຈາກເຮົາ ໂດຍຈະໃຫ້ຄໍາແນະນໍາທີ່ເຮັດໃຫ້ເຂົາສະບາຍໃຈ ແລ້ວບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນຈະເປັນບຸນ
  11. ຊ່ວຍຄົນທີ່ຍາກຈົນທີ່ເອົາເຄື່ອງມາຂາຍໃຫ້ ອັນນີກໍຕ້ອງເບີ່ງຄືກັນວ່າເຄື່ອງທີ່ເຂົາເອົາມາຂາຍໃຫ້ເຮົານັ້ນເຮົາຕ້ອງໄດ້ໃຊ້ ຫຼືບໍ່ ແລະ ເບີ່ງວ່າເຄື່ອງທີ່ເອົາມາຂາຍນັ້ນເປັນເຄື່ອງແນວໃດ?
  12. ເບີ່ງສັດລ້ຽງຢູ່ເຮືອນເປັນຢ່າງດີ ເພາະການລ້ຽງສັດເຊື່ອວ່າຈະໄດ້ບຸນຫຼາຍທີ່ສຸດ ແລະ ສັດລ້ຽງທີ່ເຮົານໍາມາລ້ຽງນັ້ນເຮົາກໍເອົາມາດ້ວຍຄວາມມັກ ແລະ ຮັກ ໃນເມື່ອເອົາມາແລ້ວກໍຕ້ອງເບີ່ງແຍງມັນໃຫ້ດີຈຶ່ງຈະເປັນບຸນແກ່ເຮົາ
  13. ຖ້ວຍ ບ່ວງ ຈານ ຊາມທີ່ກິນແລ້ວຄວນລ້າງທັນທີ ອັນນີ້ເປັນການຊ່ວຍເຫຼືອກັນໃນຄອບຄົວອີກຢ່າງໜຶ່ງ ເພາະວ່າຖ້າເຮົາເອົາຖ້ວຍ ບ່ວງທີ່ເປີເປື້ອນກອງໄວ້ນັ້ນ ພາລະອາດຈະຕົກຢູ່ທີ່ໃຜຈັກຄົນໜຶ່ງທີ່ຕ້ອງລ້າງຄົນດຽວສະນັ້ນ ເມື່ອເຮົາກິນແລ້ວປ່ອຍໃຫ້ຄົນດຽວລ້າງມັນຈະເປັນບາບໃຫ້ກັບເຮົາ
  14. ຖືສິນຫ້າ ເວົ້າເຖິງສິນຫ້າໃຜໆກໍຄົງຈະຮູ້ຈັກກັນດີແຕ່ໜ້ອຍຄົນທີ່ຈະປະຕິບັດໄດ້ ແຕ່ສາວໆຮູ້ບໍ່ວ່າເຮົາສາມາດປະຕິບັດໄດ້ ຈະເປັນການເຮັດບຸນອີກທາງໜຶ່ງ
  15. ໃຫ້ອະໄພໃນສິ່ງທີ່ຄົນອື່ນເວົ້າໃຫ້ເຮົາ ບໍ່ວ່າເລື່ອງໃດກໍ່
  16. ສິ່ງຂອງທີ່ເຮົາມີແລ້ວບໍ່ໃຊ້ ເອົາໄປໃຫ້ຄູົນອື່ນທີ່ສາມາດໃຊ້ໃຫ້ເກີດປະໂຫຍດໄດ້ ກໍຈະເປັນກຸສົນແກ່ເຮົາ ຄືກັບການໃຫ້ທານສິ່ງຂອງນັ້ນເອງ

By: BeautyGuru

ທີ່ມາ: http://www.share-si.com/2017/01/16.html

 

ແບ່ງປັນ