ທ່ານ ຄໍາພູນ ເຕເມຣາດ ອໍານວຍການ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວ ໃນທ້າຍອາທິດທີ່ຜ່ານມາວ່າ: ເພື່ອແນ່ໃສ່ປັບປຸງການຂົນສົ່ງ ສາທາລະນະ ໃນນະຄອນຫຼວງວຽງຈັນ ພ້ອມທັງປັບປຸງລະບົບ ການຄຸ້ມຄອງຂອງລັດວິສາຫະກິດ ລົດເມ ຄືນໃໝ່ ເພື່ອເຮັດໃຫ້ການ ບໍລິການມວນຊົນ ດີຂຶ້ນ ແນ່ໃສ່ເຮັດໃຫ້ມວນຊົນ ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ ຫັນມານໍາໃຊ້ລົດສາທາລະນະ ໃຫ້ຫຼາຍຂຶ້ນ. ໂດຍໄດ້ສືບຕໍ່ໂຄງການ ປັບປຸງໄລຍະ II ໃຫ້ບໍລິການສັງຄົມ ມີຄວາມວ່ອງໄວ, ປອດໄພ, ລາຄາປະຢັດ ແລະ ຂະຫຍາຍເສັ້ນທາງບໍລິການ ໃຫ້ກວ້າງຂວາງ ເພື່ອຊ່ວຍຫຼຸດຜ່ອນບັນຫາ ການສັນຈອນແອອັດ ໃນຕົວເມືອງ ແລະ ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງເທື່ອລະກ້າວ.
ພາຍໃຕ້ອົງການ JICA ປະເທດຍີ່ປຸ່ນ ແຕ່ປີ 2016-2018, ເຊິ່ງລັດວິສາຫະກິດລົດເມ ຈະນໍາໃຊ້ລົດເມໃໝ່ ຈໍານວນ 34 ຄັນທີ່ໄດ້ຮັບການຊ່ວຍເຫຼືອ ຈາກນະຄອນຫຼວງກຽວໂຕ ປະເທດຍີ່ປຸ່ນ. ສໍາລັບໂຄງການ ໄລຍະ II ຈະປັບປຸຸງເພີ່ມຈຸດໃຫ້ບໍລິການ ໂດຍຈະເອົາເດີ່ນສູນການຄ້າ ລາວ-ໄອເຕັກ ເປັນສະຖານີຈອດລົດເມ ແລະ ສະໜາມບິນສາກົນວັດໄຕ ໃນແຕ່ລະມື້ຈະເລີ່ມແຕ່ 5:30-22:00 ໂມງ ໂດຍຈະມີການປັບປ່ຽນ ຕາຕະລາງອອກລົດເມ ເພີ່ມຄວາມຖີ່ຂອງຖ້ຽວລົດ ໃຫ້ມີຄວາມເໝາະສົມ ແລະ ເຮັດໃຫ້ຜູ້ໂດຍສານ ບໍ່ຕ້ອງລໍຖ້າດົນ.
ນອກຈາກນີ້ ຍັງຈະໄດ້ຄົ້ນຄວ້າ ຄ່າໂດຍສານ ໃຫ້ມີຄວາມເໜາະສົມ, ພ້ອມຕິດຕັ້ງ ອຸປະກອນທັນສະໄໝໃສ່ລົດເມ ບອກສະພາບການສັນຈອນ ແອອັດຕາມຖະໜົນ, ຕິດຕັ້ງລະບົບນັບຜູ້ໂດຍສານ ຂຶ້ນ-ລົງ ແລະ ອື່ນໆ ເພື່ອໃຫ້ເປັນທີ່ຍອມຮັບຂອງສັງຄົມ ກໍຄືຜູ້ໃຊ້ບໍລິການ ສະດວກດີຂຶ້ນ, ເພີ່ມຈໍານວນຖ້ຽວໃຫ້ມີຄວາມຖີ່ຂຶ້ນ, ປັບປຸງຈຸດລໍຖ້າລົດເມ ເພື່ອໃຫ້ນັກຮຽນ, ນັກສຶກສາ ແລະ ປະຊາຊົນຫັນມານໍາໃຊ້ ລົດເມຫຼາຍຂຶ້ນ.