Breaking News

ວັນໃໝ່ ໂພສຮູບຄູ່ຈົນຊາວເນັດມີຄວາມສົງໃສວ່າໝຸ່ມຄົນນີ້ອາດຈະເປັນແຟນຂອງວັນໃໝ່ຫຼືບໍ່?

ແບ່ງປັນ

ຍັງເປັນກະແສກັນເລື້ອຍໆສຳລັບນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ທີ່ໄປປະກວດສາວງາມປະເພດສອງໃນເວທີລະດັບໂລກ “Miss International Queen 2016” ຈົນສ້າງຊື່ສຽງໃຫ້ປະເທດລາວເຮົາໂດຍການຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ມາໄດ້ ແລະ ສ້າງສຽງຮືຮາໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ຮ່ວມຍິນດີກັນຖ້ວນໜ້າ, ພໍສຳເລັດການປະກວດວັນໃໝ່ກໍເປັນທີ່ຮູ້ຈັກ ແລະ ຖືກຕິດຕາມຈາກແຟນໆຫຼາຍພໍສົມຄວນ ແລະ ຫຼ້າສຸດເຟັກບຸກສ່ວນຕົວຂອງວັນໃໝ່ກໍໄດ້ໂພສຮູບຄູ່ກັບໝຸ່ມເຈົ້າຊູ້ໜ້າຕາດີນາມວ່າ ອາເລັກ ແລະ ຂຽນຄຳອະທິບາຍເທິງຮູບພາບວ່າ “ຄິດຮອດ Miss you” ພໍແຕ່ວັນໃໝ່ໂພສຮູບບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ຄອມເມັ້ນຮູບພາບກັນແບບລົວໆ ທັງສະແດງຄວາມຍິນດີ ທັງບອກວ່າຄູ່ນີ້ເໝາະສົມກັນ ແລະ ຍັງມີຄົນສົງໃສອີກຕ່າງໆນາໆວ່າ ຫຼືໜຸ່ມຄົນນີ້ອາດຈະເປັນໜຸ່ມທີ່ກຸມຫົວໃຈນ້ອງວັນໃໝ່ຢູ່ກໍເປັນໄດ້

ເຖິງຢ່າງໃດກໍຕາມຍັງບໍ່ມີການເປີດເຜີຍໃດໆຈາກນ້ອງ ວັນໃໝ່ ຫຼື ໜຸ່ມອາເລັກ ຄົນທີ່ຢູ່ໃນຮູບພາບ, ຈົ່ງຕິດຕາມກັນຕໍ່ໄປວ່າຈະມີຄວາມຄືບໜ້າຢ່າງໃດ ແລະ ທາງທີມງານເຮົາກໍຈະນຳເອົາຂ່າວສານຂອງນ້ອງວັນໃໝ່ ແລະ ໜຸ່ມຄົນນີ້ມາຝາກແຟນໆຢ່າງແນ່ນອນ.

https://www.facebook.com/photo.php?fbid=1836055210052839&set=a.1413942558930775.1073741828.100009451340221&type=3

ກັບນ້ອງວັນໃຫມ່ຄົນຫນ້າຮັກ 😍 Miss Queens international 2017😊😊✌🏻✌🏻

โพสต์โดย Alexson Sitthiso บน 24 มีนาคม 2017

ຂໍຂອບໃຈຮູບພາບຈາກ: Wanmai ThammavongAlexson SitthisoMiss International Queen Pageant

ແບ່ງປັນ