ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ 2017 ໃນວັນທີ 8 ເມສາ 2017 ທີ່ຜ່ານມາ ແລະ ຕ້ອງຂໍສະແດງຄວາມຍິນດີກັບ ນາງ ວານີພອນ ພູມີໄຊ ຫຼຶ ໂຢ່ໂຢ່ ທີ່ໄດ້ຮັບຕຳແໜ່ງນາງສາວນະຄອນຫຼວງວຽງຈັນ 2017 ແລະ ກາຍເປັນປະກົດການທີ່ກຳລັງຮືຮາຫຼາຍທີ່ສຸດໃນຕອນເວລານີ້ ເພາະສາວງາມຄົນນີ້ສາມາດກວດມາໄດ້ທັງໝົດເຖີງ 5 ຕຳແໜ່ງຖືເປັນນາງສາວງາມ ຄົນທຳອີດທີ່ໄດ້ຮັບລາງວັນຫຼາຍທີ່ສຸດ
ຕຳແໜ່ງທີ່ ວານີພອນ ພູມີໄຊ (ໂຢ່ໂຢ່) ໄດ້ຮັບມີດັ່ງລູ່ມນີ້:
1. ນາງສາວ ນະຄອນຫຼວງວຽງຈັນ 2017
2. ຂວັນໃຈຊ່າງພາບ
3. ນາງສາວ ຜິວງາມ
4. ນາງສາວ ໜ້າໃສ
5. ນາງສາວ ທັນສະໄໝ
#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງແມ່ຍິງລາວ
ຂໍຂອບໃຈ: Miss Vientiane ນາງສາວນະຄອນຫຼວງວຽງຈັນ