ໃນວັນທີ 23 ພຶດສະພາ 2017 ທີ່ຜ່ານມາຢູ່ທີ່ ບ້ານພັກເອກອັກຄະລັດຖະທູດຝຣັ່ງປະຈຳລາວ ນະຄອນຫຼວງວຽງຈັນ ໄດ້ມີການປະກາດຜົນລາງວັນຂອງ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານນາງ ໂກລດີນ ເລີດູ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ປະທານຄະນະບໍລິຫານຂອງລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ແລະ ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ, ພ້ອມດ້ວຍແຂກທີ່ມີກຽດ, ນ້ອງໆຜູ້ເຂົ້າແຂ່ງຂັນ ແລະ ສື່ມວນຊົນຢ່າງໜາແໜ້ນ.
ສຳລັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ກໍໄດ້ໃຫ້ຄຳເຫັນວ່າ:
ໂຄງການສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ ໄດ້ມີການແຂ່ງຂັນອອກແບບອາພອນປະຈຳປີ ມາເປັນເວລາ 3 ປີ ແລ້ວ ເພື່ອຄົ້ນຫານັກອອກແບບຫນຸ່ມນ້ອຍຂອງລາວທີ່ມີພອນສະຫວັນ ແລະ ມີຄວາມສາມາດໃນການອອກແບບ ແລະ ຕ້ອງການກ້າວເຂົ້າສູ່ວົງການແຟຊັ້ນ. ພວກເຮົາໄດ້ປະສົບຜົນສຳເລັດ ໃນການສົ່ງຜູ້ຊະນະເລີດ ລາງວັນທີ 1 ຂອງໂຄງການສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ ຈຳນວນ 2 ຄົນ (ທ. ບິນລີ້ ສີອຳພັນ ຈັນທະວີຈິດ – ຜູ້ຊະນະເລີດ ປີ 2015, ແລະ ທ. ວິເສດ ສິດທິລາດ – ຜູ້ຊະນະເລີດ ປີ 2016) ໄປສຶກສາດ້ານການອອກແບບອາພອນ ເປັນເວລາ 6 ເດືອນ ທີ່ສະຖາບັນການອອກແບບທີ່ມີຊື່ສຽງລະດັບໂລກ ຄືສະຖາບັນ ເອັດສໂມດ ທີ່ມະຫານະຄອນ ປາຣີ ປະເທດຝຮັ່ງ ເຊິ່ງເຮັດໃຫ້ພວກເຂົາເຈົ້າທັງສອງ ໄດ້ຮັບການຮຽນຮູ້ ແລະ ປະສົບການທີ່ມີຄວາມສຳຄັນ ໃນຊີວິດ ເຊິ່ງສ້າງແນວຄິດ ແລະ ມຸມມອງໃຫມ່ ທີ່ທັນກັບລະດັບສາກົນ ເຊິ່ງສ້າງໃຫ້ພວກເຂົາເຈົ້າ ກາຍເປັນສ່ວນນຶ່ງທີ່ມີບົດບາດສຳຄັນ ໃນການຊ່ວຍສ້າງສາພັດທະນາວົງການແຟຊັ້ນ ແລະ ອາພອນ ຂອງປະເທດລາວເຮົາ ໃນອະນາຄົດ. ພ້ອມກັນນັ້ນ ພວກເຮົາ ກໍ່ມີຄວາມພາກພູມໃຈ ທີ່ຈະໄດ້ເຫັນ ຜູ້ຊະນະເລີດລາງວັນທີ 1 ຂອງໂຄງການ ນັກອອກແບບຫນຸ່ມນ້ອຍຂອງລາວ ປີ 2017 ລໍຖ້າການເດີນທາງໄປສຶກສາຕໍ່ ໃນລະບົບ ແລະ ລາຍການສຶກສາແບບດຽວກັນ, ພ້ອມກັນນັ້ນ ບັນດານັກອອກແບບຫນຸ່ມນ້ອຍດີເດັ່ນທີ່ເຂົ້າຮອບທັງ 6 ຄົນຂອງປີນີ້ ຕ່າງກໍ່ຈະໄດ້ຮັບທຶນການສຶກສາ ໄປຮ່ຳຮຽນ ແລະ ຝຶກອົບຮົມ ໃນບັນດາປະເທດຕ່າງໆ ເພື່ອພັດທະນາຄວາມຮູ້, ທັກສະ ແລະ ມຸມມອງຂອງພວກເຂົາເຈົ້າ ໃຫ້ພ້ອມໃນການສ້າງສານຄວາມໄຝ່ຝັນຂອງຕົນໃຫ້ເປັນຈິງ ໃນການມີອາຊີບໃນວົງການແຟຊັ້ນ.
ໃນແຕ່ລະປີ ພວກເຮົາມີຄວາມພາກພູມໃຈ ແລະ ປະທັບໃຈເປັນຢ່າງຍິ່ງ ທີ່ໄດ້ເຫັນຜົນງານຂອງບັນດາໄວຫນຸ່ມລາວທົ່ວປະເທດ ທີ່ໄດ້ສົ່ງຜົນງານຂອງຕົນເຂົ້າມາປະກວດຊິງລາງວັນນັກອອກແບບຫນຸ່ມນ້ອຍດີເດັ່ນຂອງລາວ. ພວກເຮົາມີຄວາມປະທັບໃຈ ທີ່ໄດ້ເຫັນສີມື ແລະ ຄວາມສາມາດອັນໂດດເດັ່ນໃນດ້ານຄວາມຄິດສ້າງສັນ ແລະ ການອອກແບບ ຂອງບັນດາໄວຫນຸ່ມລາວ ເຊິ່ງບໍ່ດ້ອຍຫນ້ານັກອອກແບບມືອາຊີບ ໂດຍທັງທີ່ພວກເຂົາເຈົ້າ ບໍ່ມີໂອກາດໄດ້ຮ່ຳຮຽນ ດ້ານການອອກແບບມາກ່ອນ. ພວກເຮົາມີຄວາມປຶ້ມປິຕິ ທີ່ໄດ້ເຫັນຄວາມສາມາດ ແລະ ຄວາມມຸ່ງຫມັ້ນຕັ້ງໃຈຂອງພວກເຂົາເຈົ້າ ແລະ ພວກພູມໃຈທີ່ໄດ້ຮ່ວມກັນອຸທິດເຮື່ອແຮງ ແລະ ຄວາມພະຍາຍາມ ໃນການສ້າງເວທີ ແລະ ສ້າງໂອກາດໃຫ້ພວກເຂົາເຈົ້າ ໄດ້ສືບສານຄວາມໄຝ່ຝັນຂອງຕົນໃຫ້ເປັນຈິງ.
ສຳຫລັບນ້ອງໆທີ່ມີຄວາມສາມາດ ທີ່ໄດ້ສົ່ງຜົນງານຂອງຕົນເຂົ້າປະກວດ ແຕ່ບໍ່ໄດ້ເຂົ້າຮອບ 6 ຄົນດີເດັ່ນຂອງປີນີ້ ຈົ່ງຢ່າຟ້າວຫມົດກຳລັງໃຈ. ຂໍໃຫ້ສືບຕໍ່ຝຶກຝົນຄວາມສາມາດຂອງຕົນ ແລະ ສົ່ງຜົນງານເຂົ້າປະກວດໃຫມ່ໃນປີຕໍ່ໄປເພື່ອຊິງລາງວັນຊະນະເລີດ.”
ໂສມໜ້າຜູ້ຊະນະເລີດ!!! ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017ມີດັ່ງນີ້:
- ຜູ້ຊະນະເລີດລາງວັນທີ 1 ນາງ ລີວັນນາ ກູ້ (ອາຍຸ 19 ປີ, ນະຄອນຫຼວງວຽງຈັນ)
ລາງວັນຊະນະເລີດລາງວັນທີ 1 ຂອງໂຄງການນັກອອກແບບຫນຸ່ມນ້ອຍດີເດັ່ນຂອງລາວປີ 2017 ຈະໄດ້ຮັບທຶນໄປສຶກສາເປັນເວລາ 6 ເດືອນ ທີ່ສະຖາບັນການອອກແບບ ESMOD ທີ່ມະຫານະຄອນປາຣີ ປະເທດຝຣັ່ງ (ເດືອນກຸມພາ – ສິງຫາ 2018) ໂດຍການຮ່ວມມືຢ່າງໃກ້ຊິດກັບສະຖາບັນເອັດສໂມດ, ສະຖານທູດຝຮັ່ງປະຈຳລາວ, ແລະ ສະຖາບັນແຄມປັດສ ຝຣັ່ງ ປະຈຳລາວ.
2. ທ້າວ ພອນປະເສີດ ແສງມະນີວົງ (ອາຍຸ 18 ປີ ຈາກນະຄອນຫລວງວຽງຈັນ)
ລາງວັນຮອງອັນດັບທີ 1 ຂອງໂຄງການນັກອອກແບບຫນຸ່ມນ້ອຍດີເດັ່ນຂອງລາວປີ 2017 ຈະໄດ້ຮັບທຶນໄປສຶກສາເປັນເວລາ 6 ເດືອນ ທີ່ໂຮງຮຽນສິລະປະ ແລະ ການອອກແບບ ແຫ່ງ ສະຖາບັນວິຈິດສິນ ນານຢາງ, ປະເທດສິງກະໂປ ໂດຍການຮ່ວມມືຢ່າງໃກ້ຊິດ ກັບ ສະຖາບັນວິຈິດສິນ ນານຢາງ, ປະເທດສິງກະໂປ ແລະ ສະຖານທູດສິງກະໂປປະຈຳລາວ.
3. ລາງຜູ້ຊະນະເລີດລາງວັນທີ 3 – 6 ມີດັ່ງຕໍ່ໄປນີ້: ທ. ວິສະພົນ ແກ້ວວິໄລ (20 ປີ ຈາກນະຄອນຫລວງວຽງຈັນ), ທ. ບິນດຽມ ຈັນທະວີ (24 ປີ ຈາກແຂວງຈຳປາສັກ), ນ. ມະນີວອນ ວັນສະຫວັດ (17 ປີ ຈາກແຂວງຈຳປາສັກ) ແລະ ນ. ເຂັມວິໄລ ພັນນະເລດ (17 ປີ ຈາກແຂວງຈຳປາສັກ) ນ້ອງໆເຫຼົ່ານີ້ກໍຈະໄດ້ຮັບທຶນການສຶກສາ ໄປຝຶກອົບຮົມຕົວຈິງ ເປັນເວລາ 2 ເດືອນ ກັບບັນດາດີຊາຍເນີ້ ແລະ ຫ້ອງເສື້ອຊື່ດັງທີ່ບາງກອກ, ປະເທດໄທ ໂດຍການຮ່ວມມືຢ່າງໃກ້ຊິດ ກັບ ຫ້ອງເສື້ອ ວໍຣະວັດ, ຫ້ອງເສື້ອຊັ້ນສູງ ເອກະມົນ, ແລະ ຫ້ອງເສື້ອ ພິດນະພັດ.
ນັກອອກແບບຫນຸ່ມນ້ອຍດີເດັ່ນຂອງລາວທີ່ໄດ້ຮັບລາງວັນຊະນະເລີດທັງ 6 ຄົນນີ້ ຈະໄດ້ຮັບການອຸປະຖຳໃຫ້ຜະລິດຜົນງານການອອກແບບຂອງຕົນເພື່ອເຂົ້າຮ່ວມສະແດງໃນງານ ລາວແຟຊັ້ນວີກ 2017 ໃນເດືອນ ກັນຍານີ້.