ສິລະປິນລາວຈາກຄ້າຍ ອິນດີ້ ເຣັກຂອດ ຄ້າຍເພງອັນດັບ 1 ນຳທີມໂດຍ ສັກ ເຊວສ໌, ນ້ຳຝົນ ແລະ ໂອລ້າ ແບລັກອ້າຍ ໄປໂຊຜົນງານທີ່ບຸນລາວ ໃນປະເທດ ຍີ່ປຸ່ນ (LAO FESTIVAL 2017 TOKYP JAPAN) ໃນວັນທີ 27-28 ພຶດສະພາ 2017 ທີ່ຜ່ານມາ, ແຖມສິລະປິນລາວທັງ 3 ທ່ານ ຍັງເປັນຂວັນໃຈແຟນເພງຊາວຍີ່ປຸ່ນ ພໍແຕ່ທັງ 3 ສິລະປິນຂຶ້ນໂຊກໍມີແຟນຄລັບແຮ່ມາຮ່ວມໃຫ້ກຳລັງໃຈ, ຂໍຖ່າຍຮູບ ແລະ ຂໍລາຍເຊັນກັນຢ່າງໜາແໜ້ນ ແລະ ໃນປີນີ້ ບຸນລາວໃນປະເທດຍີ່ປຸ່ນ ກໍໄດ້ຮັບຄວາມນິຍົມ ແລະ ເຮັດໃຫ້ມີຜູ້ຄົນເຂົ້າຮ່ວມໃນງານດັ່ງກ່າວຢ່າງຄຶກຄື້ນ.
#ແຊຣໄປໃຫ້ໂລກຮູ້ຄວາມສາມາດຂອງຄົນລາວ
ຊະນີIndy ກໍບໍ່ພາດທີ່ຈະເກັບເອົາຮູບມາຝາກທຸກຄົນ ໄປເບິ່ງນຳກັນເລີຍ!!!