ພົງສະທອນ ວົງຖາວອນ (ວິ່ນລີ້) ນັກທຸລະກິດໜຸ່ມ ຈົບປະລິນຍາຕີ ທີ່ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ປະລິນຍາຕີ ສາຂາພາສາອັງກິດທຸລະກິດ ຢູ່ HOAQIAO University ປະເທດຈີນ.
ປະຈຸບັນ ກຳລັງຊ່ວຍວຽກທຸລະກິດຄອບຄົວ ວິ່ນລີ້ ມີຄວາມສາມາດຫຼາກຫຼາຍ ເປັນທັງນາຍແບບທີ່ມີຊື່ສຽງໂດງດັງຫຼາຍເວທີໃນບ້ານເຮົາ ທີ່ສາວໆຫຼາຍຄົນອາດຈະຮູ້ຈັກ ແລະ ຈື່ໜ້າຄຸ້ນຕາໄດ້ດີ.
ນອກຈາກນີ້, ຍັງເປັນນັກກິລາຕີດອກປີກໄກ່ ທີມຊາດລາວ ໄດ້ຮັບຫຼຽນຄຳ ໃນກິລາເຂດຫຼາຍສະໄໜ ແລະ ຫຼາຍເວທີ ເຊິ່ງໄດ້ຜ່ານການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ ແລະ ຈີນ.
ດ້ວຍຄວາມເປັນຄົນເກັ່ງໃນດ້ານກິລາດອກປີກໄກ່ ລັດຖະບານລາວ ຈຶ່ງໃຫ້ທຶນໄປສຶກສາຢູ່ທີ່ BWF (Badminton World Federation) ເພື່ອເປັນຄູສອນ (Trainers) ແລະ ເພື່ອມາພັດທະນາວົງການກິລາດອກປີກໄກ່ຢູ່ບ້ານເຮົາ.
ດັ່ງນັ້ນ, ວາລະສານຂວັນໃຈ ກໍບໍ່ພາດທີ່ຈະຖາມເລື່ອງຄວາມຮັກຂອງໜຸ່ມຄົນນີ້ແບບເຄາະປະຕູໃຈ ເຮົາລອງນຳໄປເບິ່ງວ່າ ວິ່ນລີ້ ຈະຕອບຄຳຖາມທີ່ສາວໆຢາກຮູ້ທີ່ສຸດວ່າແນວໃດ
ວິ່ນລີ້ວ່າ ຜູ້ຊາຍມັກຜູ້ຍິງທີ່ສະຫຼາດແທ້ຫຼືບໍ ? ຍ້ອນຫຍັງ ?
ຜູ້ຍິງທີ່ສະຫຼາດ ເປັນຜູ້ຍິງທີ່ມີສະເໜ່ ໜ້າຄົ້ນຫາຫລາຍທີ່ສຸດ, ຮອບຮູ້ ແລະ ສາມາດຮັບມືກັບສະຖານະການທຸກຢ່າງໄດ້ ພ້ອມເຫດ ແລະ ຜົນ ນີ້ເປັນສິ່ງທີ່ຜູ້ຊາຍສ່ວນຫຼາຍຕ້ອງການ.
ຜູ້ຊາຍຄິດແບບໃດ ກັບຂ່າວຜູ້ຍິງຖືກເອົາປຽບ ຫຼື ເລື່ອງທີ່ຜູ້ຍິງເສຍໆຫາຍໆໃນສັງຄົມ ?
ກ່ຽວກັບເລື່ອງນີ້ ແມ່ນເຫັນຫຼາຍຢູ່ໃນສັງຄົມອອນໄລ໌ປັດຈຸບັນນີ້ ທີ່ມັກພິພາກວິຈານຜູ້ຍິງໄປໃນທາງທີ່ເສຍຫາຍ. ທັງໆ ພວກເຮົາຍັງບໍ່ຮູ້ຕົ້ນປາຍສາເຫດ ຕ່າງກໍພາກັນລຸມປະນາມເວົ້າໃຫ້. ເຊິ່ງຜູ້ຍິງເປັນເພດທີ່ອ່ອນຫວານ, ບໍ່ມັກຄວາມແຂງກະດ້າງ… ສະນັ້ນ, ຜູ້ຊາຍຄວນຕ້ອງໃຫ້ກຽດຜູ້ຍິງສະເໝີ ກ່ອນທີ່ຈະເວົ້າຫຍັງອອກໄປ ທັງໆທີ່ແມ່ນຜູ້ຊາຍນັ້ນລະ ເຮັດໃຫ້ຜູ້ຍິງໄດ້ຮັບຄວາມເສຍຫາຍ.
ເຈົ້າຄິດວ່າ ຜູ້ຊາຍມັກຈະເສຍໜຸ່ມຕອນອາຍຸຈັກປີ ? (ຜູ້ຍິງສ່ວນຫຼາຍຢາກຮູ້)
18+ ຕິເບາະ ! ….ເຖິງຈະຮຽນຮູ້ການເສຍໜຸ່ມ 555, ກະຄືເວລາເບິ່ງຮູບເງົາ ກະເຫັນເຂົາຂຽນບອກວ່າ 18+ ລັກສະນະນີ້ລະ 55
ຖ້າໃຫ້ລອງເປັນຜູ້ຍິງຈັກ 1 ມື້ ເຈົ້າຈະລອງເປັນບໍ່ ? ຖ້າເປັນແລ້ວຈະເຮັດຫຍັງແດ່ໃນມື້ນັ້ນ ?
ກະໜ້າສົນໃຈ ຖ້າໄດ້ເປັນຜູ້ຍິງຈັກເທື່ອໜຶ່ງ ກະຢາກຮູ້ວ່າ ໃນມື້ 1 ຜູ້ຍິງເຂົາເຮັດຫຍັງແນ່ ? ແລະ ຢາກລອງເປີດເສື້ອໂຕເອງເບິ່ງ ຖ້າໄດ້ເປັນຜູ້ຍິງ… ເພາະເຮົາບໍ່ເຄີຍມີນ້ຳໜັກຊ່ວງໜ້າເອີກຄືຜູ້ຍິງ 555
ເຈົ້າຢາກໃຫ້ແຟນເອີ້ນຕົນເອງວ່າແນວໃດ? (ເພິ່ນ, ໂຕເອງ, ອ້າຍ, ເອີ້ນຊື່, ສາຍາທີ່ຕັ້ງໃຫ້, ທີ່ຮັກ…) ?
ເປັນຊື່ທີ່ເອີ້ນກັນ (ສາຍາຕັ້ງໃຫ້ກັນໃໝ່) ພຽງສອງຄົນ, ວິ່ນລີ້ ວ່າມັນໜ້າຮັກດີ ອິອິອິ
ເຈົ້າຄິດວ່າ ຜູ້ຊາຍເຈົ້າຊູ້ຫຼືບໍ່? ຍ້ອນຫຍັງ ?
ຜູ້ຊາຍເຈ້າຊູ້ ເພາະເຂົາຢາກລອງຂອງໃໝ່ໆ ເຖິງຜູ້ຍິງຄົນນັ້ນຊິງາມປານໃດກໍ່ຕາມ, ຖ້າຜູ້ຊາຍໄດ້ສຶກສາຮູ້ໃຈກັນກັບຜູ້ຍິງຄົນນັ້ນໝົດແລ້ວ ກະບໍ່ມີຄວາມຕື່ນເຕັ້ນຫຍັງໃຫ້ຄົ້ນຫາອີກ ນັ້ນເປັນສາເຫດທີ່ຜູ້ຊາຍເຈົ້າຊູ້
ຢາກຮູ້ວ່າ ຜູ້ຊາຍສ່ວນຫຼາຍມັກຈະສົນໃຈໃນໂຕຂອງຜູ້ຍິງຄັ້ງທຳອິດແມ່ນສ່ວນໃດເປັນພິເສດ ? ຍ້ອນຫຍັງ ?
ສຳລັບ ວິ່ນລີ້ ເອງແລ້ວ ທີ່ໜ້າສົນໃຈ ແລະ ງາມທີ່ສຸດຂອງຜູ້ຍິງແມ່ນຮອຍຍິ້ມ, ວິ່ນລີ້ ມັກຜູ້ຍິງທີ່ຮອຍຍິ້ມ. ຖ້າຍິ້ມງາມ ມັນສະແດງເຖິງ ຄວາມອົບອຸ່ນ ແລະ ຄວາມສຸກຂອງຜູ້ຍິງຄົນນັ້ນ
ຜູ້ຊາຍມັກຕົວະຜູ້ຍິງຕະຫຼອດທີ່ສຸດ ຄືເລື່ອງຫຍັງ? (ເລື່ອງສ່ວນຕົວ, ຜູ້ຍິງ, ວຽກ…) ຍ້ອນຫຍັງ ?
ມັນຂຶ້ນກັບເຈດຕະນາ ແລະ ຈຸດປະສົງ ຂອງຜູ້ຊາຍຄົນນັ້ນ, ບາງຄົນຕົວະເພື່ອໃຫ້ຜູ້ຍິງສະບາຍໃຈ, ບາງຄົນຕົວະເພື່ອເອົາໂຕລອດເປັນຍອດດີ ແຕ່ທີ່ແນ່ໆຢ່າຖືກຈັບໄດ້ກະແລ້ວກັນ 555
ຢາກຮູ້ 3 ເຄັດລັບຂອງເຈົ້າທີ່ສາມາດຕົບຕາ (ຕົວະ) ຜູ້ຍິງ (ແຟນ) ຕອນມີກິກ ?
ຕາມທີ່ເຂົ້າໃຈ: ຕ້ອງມີການວາງແຜນທີ່ດີ ບໍ່ຄວນເວົ້າອອກສຽງສູງ ຫຼື ຕ່ຳໃນເວລາຕົວະ ຈັກໜ້ອຍຈະຖືກຈັບຜິດໄດ້, ບໍ່ຄວນຕົວະຖ້າບໍ່ຈຳເປັນ (ກະຈຳເປັນທຸກຄັ້ງໃດລະ) 555
ເຈົ້າຢາກໃຫ້ຜູ້ຍິງລາວສະໄໝນີ້ ປະພຶດຕົນແນວໃດແດ່ໃນສັງຄົມ ?
ເປັນຕົວຂອງຕົວເອງ ແຕ່ຍັງຄົງຄວາມງາມໃນແບບຜູ້ຍິງລາວໄວ້ ນັ້ນແມ່ນ ຄວາມສຸພາບ, ອ່ອນຫວານ, ນິ້ມນວນ ແລະ ນອບນ້ອມຖ່ອມຕົນ ເພາະຄວາມງາມໃນແບບແມ່ຍິງລາວນັ້ນ ມີສະເໜ່ຫລາຍທີ່ສຸດ ແມ່ຍິງລາວງາມບໍ່ນ້ອຍໜ້າຜູ້ຍິງຊາດໃດໃນໂລກ.
ສາວໆຄົນໃດ ຢາກຕິດຕາມການເຄື່ອນໄວຕ່າງໆຂອງ ວິ່ນລີ້ ສາມາດໄປໃຫ້ກຳລັງໃຈ ກົດ like ກົດ Share ແລະ Comment ໄດ້ທີ່ Fanpage: Winly Phongsathone ຫຼື Facebook ສ່ວນຕົວ: Phongsathone Vongthavone.