Breaking News

ທ່ຽວຊົມບ້ານຫັດຖະກໍາທີ່ ການຫຼໍ່ບ່ວງ, ຫຼໍ່ເຄື່ອງທີ່ລະນຶກຕ່າງໆຂອງແຂວງຊຽງຂວາງ

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ຈະພາແຟນໆໄປທ່ຽວທີ່ແຂວງ ຊຽງຂວາງ ດິນແດນແຫ່ງວີລະຊົນ ນັ້ນເອງ ເຊິ່ງຖືວ່າເປັນອີກແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ແລະ ມື້ນີ້ຈະພາໄປທ່ຽວຊົມບ້ານຫັດຖະກໍາທີ່ ການຫຼໍ່ບ່ວງ, ຫຼໍ່ເຄື່ອງທີ່ລະນຶກຕ່າງໆ ຂອງແຂວງຊຽງຂວາງ ທີ່ຕັ້ງຢູ່ເມືອງຜາໄຊ ບ້ານ ນາເພຍ ນັ້ນເອງ.

ບ້ານ ນາເພຍ ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 35 ກິໂລແມັດ ເປັນບ້ານທີ່ໄດ້ຮັບການຍ້ອງຍໍໃຫ້ເປັນບ້ານວັດທະນະທໍາ ເຊິ່ງປະຊາຊົນພາຍໃນບ້ານດັ່ງກ່າວ ມີການຜະລິດສິນຄ້າຫັດຖະກໍາທີ່ມີຊື່ສຽງ ໂດຍສະເພາະແມ່ນການຫຼໍ່ບ່ວງ. ຈຸດພິເສດຂອງການຫຼໍ່ບ່ວງຢູ່ໃນບ້ານນາເພຍກໍ່ຄື ປະຊາຊົນໄດ້ນໍາໃຊ້ຫົວຄິດປະດິດສ້າງຂອງຕົນ ໃນການນໍາເອົາສິ່ງເສດເຫຼືອຈາກສົງຄາມເຊັ່ນ: ໂລ ມາຜະລິດເປັນບ່ວງເພື່ອໃຊ້ສອຍ ແລະ ຂາຍເປັນສິນຄ້າເພື່ອສ້າງລາຍໄດ້ໃຫ້ຄອບຄົວ.

ນອກຈາກການຫຼໍ່ບ່ວງແລ້ວ ຍັງມີການຫຼໍ່ເຄື່ອງທີລະນຶກອີກຫຼາກຫຼາຍແບບບໍ່ວ່າຈະເປັນ ການຫຼໍ່ຮູບຊ້າງ, ຮູບເສືອ, ຮູບສິງ, ບວງແຂນ ແລະ ອີກຫຼາຍຢ່າງ. ປັດຈຸບັນນີ້ ມີນັກທ່ອງທ່ຽວຈໍານວນຫຼວງຫຼາຍໄປທ່ຽວຊົມເຄື່ອງຫັດຖະກໍາບ້ານນາເພຍ ແລະ ຊື້ຜະລິດຕະພັນດັ່ງກ່າວ ເຊິ່ງໄດ້ກາຍເປັນທ່າແຮງໃນການພັດທະນາບ້ານແຫ່ງນີ້ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງຊຽງຂວາງ.

ຖ້າໃຜທີ່ຢາກໄປທ່ຽວຊົມກໍສາມາດໄປໄດ້ ນອກຈາກເຄື່ອງຫຼໍ່ຕ່າງໆແລ້ວ ຍັງມີຫັດຖະກໍາຕໍາຫູກໄວ້ໃຫ້ນັກທ່ອງທ່ຽວທີ່ໄປທ່ຽວຊົມ ແລະ ເລືອກຊື້ໄດ້. ຢູ່ຕາມເສັ້ນທາງລະຫວ່າງໄປບ້ານນາເພຍນັ້ນ ຍັງມີແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວໄດ້ແວ່ທ່ຽວຊົມກ່ອນເຊັ່ນ: ໄຫຫີນ2 ແລະ ໄຫຫີນ3 ນັ້ນເອງ. ຖ້າໃຜໄດ້ໄປຮອດໄປເຖິງ ກໍຢ່າລືມຊື້ຕິດໄມ້ຕິດມືມາເປັນຂອງຝາກຂອງຕ້ອນພ້ອມເດີ້.

ແບ່ງປັນ