ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 ທີ່ຈະຮອດຈະເຖິງໃນໄວໆນີ້, ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາຮ່ວມເປີດໂຕສິນຄ້າຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ”
ແລະ ການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ)
ຮູບພາບ: aum_patchrapa
ຂໍ້ມູນ: Khompanya Entertainment