ເພື່ອນໆຮູ້ຫຼືບໍ່? ໝາກຖົ່ວດຳເປັນທັນຍະພືດທີ່ມີຄຸນປະໂຫຍດຢ່າງດີເລີດ ຖ້າກິນເປັນປະຈຳຈະສາມາດປ້ອງກັນ ແລະ ຮັກສາພະຍາດຕ່າງໆໄດ້ເປັນຢ່າງດີ, ດັ່ງນັ້ນບໍ່ລໍຊ້າ ເພື່ອນໆລອງມາເບິ່ງຄຸນປະໂຫຍດຕ່າງໆຂອງ ຖົ່ວດຳ ເບິ່ງແລ້ວຈະຮູ້ວ່າດີພຽງໃດ!!!
- ປ້ອງກັນພະຍາດມະເຮັງລໍາໄສ້
ຖົ່ວດຳ ມີສັບພະຄຸນຊ່ວຍຕ້ານພະຍາດມະເຮັງ ເພາະເປືອກຂອງຖົ່ວດໍາເປັນແຫຼ່ງອາຫານສະສົມສານຟຣາໂວນອຍ (Flavonoids) ຊຶ່ງເປັນສານຕ້ານອະນຸມູນອິດສະຫຼະ ໂດຍມີງານວິໄຈພົບວ່າ ສານຟຣາໂວນອຍທີ່ມີຢູ່ໃນເປືອກຖົ່ວດໍາມີເຖິງ 8 ຊະນິດ
- ປ້ອງກັນພະຍາດມະເຮັງຕັບ
ໝາກຖົ່ວດໍາຍັງມີສານ ຊີລີນຽ່ມ (Selenium) ຊຶ່ງເປັນສານຊ່ວຍປັບຄວາມສົມດຸນ ເຮັດໃຫ້ຕັບເຮັດວຽກໄດ້ດີຂຶ້ນ ແລະ ຊ່ວຍສະລ້າງສານພິດໃນຕັບທີ່ອາດກໍ່ໃຫ້ເກີດເຊວພະຍາດມະເຮັງ
- ປ້ອງກັນພາວະເລືອດຈາງ
ເນື່ອງຈາກປະລິມານທາດເຫຼັກໃນໝາກຖົ່ວດໍາມີຫຼາຍ ຈຶ່ງຊ່ວຍເພີ່ມທາດເຫຼັກໃຫ້ກັບຄົນເຮົາ ທີ່ມີຄວາມສ່ຽງຕໍ່ພະຍາດເລືອດຈາງໄດ້ເປັນຢ່າງດີ
- ຊ່ວຍລ້າງສານພິດ
ໝາກຖົ່ວດໍາມີສັບພະຄຸນຊ່ວຍລ້າງສານພິດ ແລະ ບໍາລຸງໝາກໄຂ່ຫຼັງ ເພາະມີສານຟຣາໂວນອຍ (Flavonoids) ທີ່ເປັນສານລ້າງພິດ ແລະ ຖົ່ວດໍາຍັງມີສານສໍາຄັນຢ່າງ ແອນໂທໄຊຢານິນ (Anthocyanin) ທີ່ເປັນສານລ້າງສານຜິດໄດ້ດີເຊັ່ນກັນ
- ຫຼຸດຄວາມສ່ຽງການເປັນມະເຮັງເຕົ້ານົມ
ຈາກການສຶກສາພົບວ່າ ຖົ່ວດໍາມີໂຟເລດ (Folate) ໃນລະດັບສູງ ຊຶ່ງຊ່ວຍປ້ອງກັນໃນເຊວ (DNA) ແລະຊ່ວຍເຮັດວຽກປິ່ນປົວເນື້ອເຍື່ອທີ່ເປັນບາດແຜ ເພື່ອບໍ່ໃຫ້ກາຍເປັນເຊວມະເຮັງໂດຍສະເພາະແມ່ນມະເຮັງເຕົ້ານົມ
- ປັບຄວາມສົມດຸນໃນລະບົບທາງເດີນອາຫານ ແລະ ນໍ້າຕານໃນເລືອດ
ຖົ່ວດໍາເປັນແຫຼ່ງໂປຣຕີນ ມີເສັ້ນໃຍອາຫານ ແລະ ແຮ່ທາດຕ່າງໆຫຼາຍຊະນິດ ຖົ່ວດໍາຈຶ່ງມີສັບພະຄຸນຊ່ວຍປັບຄວາມສົມດຸນໃຫ້ລະບົບທາງເດີນອາຫານເຮັດວຽກໄດ້ດີ ແລະ ຍັງຊ່ວຍສ້າງຄວາມສົມດຸນລະດັບນໍ້າຕານໃນເລືອດບໍ່ໃຫ້ເພີ່ມ ຫຼື ຫຼຸດລົງຢ່າງກະທັນຫັນ
ເຫັນຄຸນປະໂຫຍດດີໆຂອງ ຖົ່ວດຳ ແລ້ວບໍ່ຄວນລໍຊ້າ ລອງຊອກຫາມາຮັບປະທານກັນໂດຍດ່ວນ ແຕ່ບໍ່ຄວນເພີ່ມປະລິມານນໍ້າຕານໃນການປຸງແຕ່ງຖົ່ວດຳເພື່ອຮັບປະທານຫຼາຍຈົນເກີນໄປ ເພື່ອເຮົາຈະໄດ້ຄຸນປະໂຫຍດທີ່ໄດ້ຈາກໝາກຖົ່ວດຳຢ່າງເຕັມທີ່ນັ້ນເອງ.