ສະບາຍດີສາວໆຕ້ອນຮັບເຂົ້າສູ່ເຊົ້າມື້ໃໝ່ ອາການດເຢັນກາຍທີ່ມາພ້ອມກັບຄວາມສະບາຍໃຈ ເພາະເຊື່ອວ່າຫຼາຍຄົນຄົງຈະໄດ້ໄປໃສ່ບາດຢາດນໍ້າເຮັດບຸນເຮັດທານກັນມາແລ້ວເນາະ ເນື່ອງໃນໂອກາດວັນບຸນຫໍ່ເຂົ້າສະຫຼາກ ຮີດສິບສອງຄອງສິບສີ່ປະເພນີລາວຂອງເຮົານັ້ນເອງ ສ່ວນວ່າໃຜທີ່ບໍ່ໄດ້ໄປ ເພາະຄາວຽກຄາງານທີ່ສໍາຄັນຫຼາຍ ກໍຢ່າລືມມາເອົາບຸນນໍາ BeautyGuru ເດີ່ (ຈະແບ່ງໃຫ້ຄົນລະກໍາສອງກໍາ555) ເພາະມື້ນີ້ຕື່ນແຕ່ເຊົ້າໄປໃສ່ບາດ ແລ້ວຈຶງມາວຽກຮູ້ສຶກສະວ່າບາຍໃຈຫຼ່າຍຫຼາຍ. ແຕ່ມື້ນີ້ເຮົາຈະບໍ່ໄດ້ມາເວົ້າເຖິງເລື່ອງຮີດສິບສອງຄອງສິບສີ່ ຫຍັງດອກເນາະ ແຕ່ເຮົາຈະມາເວົ້າກັນດ້ວຍເລື່ອງສາວງາມຄົນນີ້ ທີ່ມີຊື່ວ່າ “ຕຸກຕາ” ເນື່ອງຈາກວ່າແອັດກໍໄດ້ເຂົ້າໄປແອບສ່ອງໃນ Facebook ສ່ວນໂຕຂອງນາງ ທີ່ມີຊື່ວ່າ Touktaa Sihavong ມາໄດ້ໄລຍະໜຶ່ງແລ້ວ ສັງເກດເຫັນເລີຍວ່ານາງນັ້ນບໍ່ທໍາມະດາເລີຍ ເລື່ອງຄວາມນີ້ບໍ່ໃຫ້ເປັນສອງຮອງໃຜ!!! ເບິ່ງຈາກຍອດຄົນຕິດຕາມນາງນັ້ນທຽບເທົ່າກັບດາຣາບາງຄົນເລີຍລະ! ຍອດຄົນ Like Share ກໍບໍ່ແມ່ນໜ້ອຍໆ
ອາດຈະເປັນເພາະວ່າດ້ວຍຮູບຮ່າງໜ້າຕາຂອງນາງທີ່ທັງງາມ ທັງໜ້າຮັກ ວາດຊົງກໍເບິ່ງສຸພາບຮຽບຮ້ອຍ ແລະ ທີ່ສໍາຄັນໜ້າທີ່ວຽກງານກໍດີ ມື້ນີ້ແອັດກໍໄດ້ໄປສອດສ່ອງຫຼາຍໆບ່ອນຈົນພໍຮູ້ປະຫວັດມາໜ້ອຍໜຶ່ງວ່າ ຕຸກຕາ ສາວງາມຄົນນີ້ແມ່ນອະດີດນັກຮຽນໂຮງຮຽນ ມ.ສ ວຽງຈັນ, ເປັນອະດີດນັກສຶກສາ ວິທະຍາໄລ ຣັດຕະນະບໍລິຫານທຸລະກິດ ແລະ ປັດຈຸບັນແມ່ນເຮັດວຽກເປັນພະນັກງານຢູ່ທີ່ກົມທີ່ດິນ ສ່ວນວ່າເຮືອນຊານບ້ານຊ່ອງຢູ່ໃສນັ້ນຈະບໍ່ຂໍບອກຢ້ານໜຸ່ມໆຊິໄປເຝົ້າໜ້າເຮືອນຖ້າຈີບລາວຊິມາໂທດແອັດ ແລະ ເລື່ອງສະຖານະກໍບໍ່ຂໍບອກຄືກັນ ເພາະໃຫ້ເບິ່ງຈາກຮູບກໍເອົາໄປຄິດເອົາເອງເດີ່! ເອົ່າເວົ້າມາກະຫຼາຍແລ້ວຢ້ານຫຼາຍຄົນອົດໃຈບໍ່ໄຫວ ຢາກບິ່ງໜ້າຕານາງແຮງຊິມາດ່າແອັດເວົ້າຫຼາຍໂພດ ເອົາເປັນວ່າເຮົາໄປເບິ່ງຮູບຮ່າງໜ້າຂອງສາວ ຕຸກຕາ ພ້ອມໆກັນເລີຍ!!! ທີ່ສໍາຄັນເອົາມາໃຫ້ເບິ່ງແລ້ວກໍຢ່າລືມ C.M Like and Share ເພື່ອບອກໃຫ້ແອັດຮູ້ແດ່ວ່າແອັດຂີ້ໂມ້ໄປ ຫຼືບໍ່???
- ຫຸ່ນດີ
- ໜ້າຮັກ
- ສາວຈີນ
- ໜ້າເດັກຫຼາຍ ຄິດວ່າສາວນ້່ອຍມັດທະຍົມ
- ແຕ່ເຮັດວຽກຈ້າ
- ພະນັກງານກົມທີ່ດິນ
- ໜ້າເປະ
- ມຸມກົງຕະຫຼອດ
- ເບິ່ງແນວໃດກໍໜ້າຮັກ
By: BeautyGuru
ຂໍຂອບໃຈຮູບຈາກ: Facebook: Touktaa Sihavong