Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ.. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ເພື່ອນຮູ້ໃຈຂອງສາວທັນສະໄໝ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!!
- ໃຫ້ຄວາມຮູ້ສຶກຊ່ວຍບອກ
ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ ແມ່ນຫຍັງທີ່ເຮັດໃຫ້ເຮົາມີຄວາມສຸກທຸກຄັ້ງທີ່ໄດ້ເຫັນ (ຍົກເວັ້ນຜູ້ຊາຍເດີ້!) ສາມາດເຮັດໄດ້ເລື້ອຍໆໂດຍບໍ່ຮູ້ສຶກເບື່ອໜ່າຍ ຫຼືກົດດັນ ອາດຈະເປັນສິ່ງງ່າຍໆອ້ອມຕົວເຊັ່ນ: ການປູກຕົ້ນໄມ້, ຈັດດອກໄມ້, ເຮັດອາຫານ, ຫຼິ້ນດົນຕີ, ລອຍນໍ້າ, ຂີດຂຽນ, ແຕ້ມຮູບ ແລະ ອື່ນໆ ເຊື່ອວ່າແມ່ຍິງທຸກຄົນຈະຕ້ອງມີສິ່ງທີ່ມັກຢູ່ໃນໃຈເລິກໆໝົດແຫຼະ ສະນັ້ນ ຂຸດມັນຂຶ້ນມາເທາະ!
- ເລີ່ມຈາກສິ່ງທີ່ໜ້າສົນໃຈ
ຖ້າລອງເຄັ້ນຖາມຄວາມຮູ້ສຶກຕົວເອງແລ້ວມັນຍັງບໍ່ໄດ້ຄໍາຕອບແທ້ໆ ວ່າເຮົາມັກຫຍັງກັນແທ້ ຊັ້ນກໍລອງມາຊອກຈາກສິ່ງທີ່ເຮົາສົນໃຈເບິ່ງວ່າມີຫຍັງແດ່ທີ່ເຮົາຢາກລອງເຮັດ ແຕ່ຍັງບໍ່ມີໂອກາດໄດ້ລົງມືຈັກເທື່ອ ມັນອາດຈະເປັນສິ່ງທີ່ເຮົາໄດ້ເຫັນຜ່ານຈໍໂທລະພາບ, ໃນ Internet, ໃນປຶ້ມຕ່າງໆ ແລ້ວຮູ້ສຶກຖືກຊະຕາ ຮູ້ສຶກສົນໃຈເປັນພິເສດ ນັ້ນແຫຼະ! ເລີ່ມຈາກບ່ອນນັ້ນໂລດແລ້ວລອງຊອກຂໍ້ມູນ ເພື່ອລົງມືເຮັດແບບຈິງຈັງ ບໍ່ແນ່ໃດ໋ ບາງເທື່ອສິ່ງນັ້ນຈະເປັນສິ່ງທີ່ເຈົ້າຕາມຫາມາຕະຫຼອດຊີວິດ! (ຖ້າເວົ້າເກີນໄປຕ້ອງຂໍໂທດ)
- ຊອກຈາກສິ່ງທີ່ສົງໄສ
ແມ່ຍິງຂີ້ສົງໄສເປັນຍິງທີ່ສະຫຼາດ! ແຕ່ຕ້ອງສົງໄສ ແລະ ພະຍາຍາມຊອກຄໍາຕອບໃຫ້ຕົວເອງນໍາເດີ້ ບໍ່ແມ່ນສົງໄສແລ້ວຖິ້ມໄປຊື່ໆ ສົງໄສໄປໝົດທຸກຢ່າງ ແຕ່ບໍ່ເຄີຍຊອກຄໍາຕອບໄດ້ຈັກຢ່າງ No! No! ເດີ້ ສາວໆ ເພາະນັ້ນມັນອາດຈະເຮັດໃຫ້ເຈົ້າສູນເສຍ Passion ຂອງຕົວເອງໄປໂດຍບໍ່ຮູ້ຕົວ. ມາເທາະ! ມາເລີ່ມຊອກຄໍາຕອບໃຫ້ກັບຄວາມສົງໄສຂອງເຮົາໄດ້ແລ້ວ ບາງເທື່ອເຈົ້າອາດຈະຮູ້ສຶກເສຍດາຍກໍໄດ້ເດີ້ ວ່າເປັນຫຍັງກ່ອນໜ້ານີ້ຂ້ອຍຈຶ່ງບໍ່ພະຍາຍາມຊອກຄໍາຕອບເລີຍ!
- ຊອກຈາກຄວາມສໍາເລັດຂອງຄົນອື່ນ
ອັນນີ້ບໍ່ໄດ້ຈະບອກວ່າໃຫເຮົາໄປຮຽນແບບ Passion ຂອງຄົນອື່ນມາດອກ ແຕ່ໃຫ້ໃຊ້ຄວາມສໍາເລັດຂອງຄົນເຫຼົ່ານັ້ນມາເປັນແຮງກະຕຸ້ນໃຫ້ກັບຕົວເອງ ຫຼືໃຫ້ສຶກສາວ່າຄົນທີ່ປະສົບຜົນສໍາເລັດຈາກ Passion ຂອງຕົວເອງນີ້ ເຂົາມີຂະບວນການຄິດແນວໃດແດ່? ເພື່ອນໍາມາພັດທະນາຕົວເອງ ແຕ່ຖ້າບັງເອີນເຮົາມີ Passion ດຽວກັນກັບເຂົາມັນກໍບໍ່ຜິດ ກໍຖືວ່າມີ Idol ມາເປັນແຮງບັນດານໃຈໃຫ້ກັບຕົວເອງເລີຍແຫຼະ!
- ອອກໄປເບິ່ງໂລກ
ການອອກໄປພົບສິ່ງໃໝ່ໆ ມັນອາດຈະເຮັດໃຫ້ຄວາມຄິດຂອງເຮົາຖືກເປີດກວ້າງຫຼາຍຂຶ້ນ ໄດ້ຮູ້ໄດ້ເຫັນສິ່ງທີ່ບໍ່ເຄີຍເຫັນມາກ່ອນ ເຊື່ອວ່າຕ້ອງມີຈັກບ່ອນແຫຼະ ທີ່ຈະເປັນຕົວນໍາພາເຮົາໄປສູ່ Passion ສໍາລັບບາງຄົນນັ່ງຄິດວ່າເຮົາມັກຫຍັງກັນແທ້ໃນຊີວິດນີ້ກໍບໍ່ມີຜົນ ເນື່ອງຈາກວ່າສະພາບແວດລ້ອມບໍ່ເອື້ອອໍານວຍ ຫຼືເອີ້ນວ່າ ຢູ່ບໍ່ຖືກບ່ອນນັ້ນເອງ ອັນນີ້ບໍ່ແມ່ນວ່າຈະໃຫ້ຍ້າຍບ່ອນຢູ່ ຫຼືບ່ອນເຮັດວຽກໃດ໋ ພຽງແຕ່ຢາກໃຫ້ລອງໄປທ່ຽວ ໄປລອງເຮັດສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ເມື່ອໄດ້ເປີດຫູເປີດຕາ ເປີດຄວາມຄິດ ເປີດປະສົບການແລ້ວ ອາດຈະເຮັດໃຫ້ເຈົ້າພົບຄໍາຕອບທີ່ກໍາລັງຊອກຢູ່ກໍໄດ້!
- ລົງມືເຮັດ
ທັງໝົດທັງມວນທີ່ກ່າວມານັ້ນມັນຈະບໍ່ມີຄວາມໝາຍເລີຍ ຖ້າເຈົ້າ ບໍ່ລົງມືເຮັດ ບາງເທື່ອພຽງແຕ່ຄວາມມັກຢ່າງດຽວມັນກໍບໍ່ພຽງພໍ ເພາະແຕ່ລະຄົນອາດຈະມີຄວາມມັກທີ່ຫຼາກຫຼາຍ ເຊິ່ງເຮົາຈະບໍ່ມີທາງຮູ້ໄດ້ເລີຍວ່າອັນໃດທີ່ເປັນ Passion ຂອງຕົວເອງ ຖ້າບໍ່ລອງເຮັດ! ການໄດ້ລົງມືເຮັດຈະບອກທຸກຢ່າງກັບເຮົາເອງ
By: BeuatyGuru