Breaking News

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ

ແບ່ງປັນ

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ

  1. ທ່າກົງລໍ້ (Chakrasana – Wheel pose).

ທ່າກົງລໍ້ເປັນທ່າໂຍຄະທີ່ຊ່ວຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ນມາກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ.

ວິທີເຝິກ:

  • ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືປິ່ນອອກໄປທາງດ້ານເໜືອຫົວ ( ດັ່ງໃນຮູບພາບ)
  • ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວປິ່ນລົງທາງລຸ່ມ
  • ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດໃຫ້ແຂນເຄັ່ງ ຖີ້ມນໍ້າໜັກລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້
  • ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ

yoga4_1

  1. ທ່າບິດຕົວ (ArdhaMatsyendrasana – Sitting Half Spinal Twist).

ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບອະໄວຍະວະຕ່າງໆ.

ວິທີເຝິກ:

  • ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາວາງໄຂ່ວເຂົ່າຊ້າຍ ຢຽດຫຼັງໃຫ້ຊື່
  • ຍົກແຂນຊ້າຍຂຶ້ນເໜືອຫົວ ແຂ້ວຍົກແຂນຊ້າຍຂັດເຂົ່າຂວາ ອ້ອມມືມາຈັບພື້ນຕີນດ້ານນອກ ຫາກຈັບບໍ່ເຖິງໃຫ້ໃຊ້ມືຊ້າຍ ກອດເຂົ່າຂວາແນບເອິກ
  • ຍົກແຂນຂວາມາດ້ານໜ້າແລ້ວບິດຕົວໄປດ້ານຂວາ ຍົກມືຂວາວາງດ້ານຫຼັງ ບິດແອວໃຫ້ໄດ້ຫຼາຍທີ່ສຸດໂດຍໃຫ້ຫຼັງຊື່ສາຍຕາເບິ່ງຂ້າມບ່າໄຫຼ່
  • ຄ້າງທ່ານີ້ໄວ້ປະມານ 5 ລົມຫາຍໃຈແລ້ວແກ່ວງແຂນຂວາມາດ້ານໜ້າ ກັບສູ່ທ່າເລີ່ມຕົ້ນ

yoga4_2

  1. ທ່າຕັກກະແຕນ (Salabhasana – Locust Pose).

ເປັນທ່າໂຍຄະທີ່ຊ່ວຍປິ່ນປົວອາການເຈັບຫຼັງ ແລະ ກະຕຸ້ນການເຮັດວຽກຂອງໝາກໄຂ່ຫຼັງໄປພ້ອມແລະ ຍັງງຊ່ວຍເຮັດໃຫ້ລະດັບຄໍເລດເຕີຣອນຫຼຸດລົງຢູ່ໃນລະດັບປົກກະຕິ.

ວິທີເຝິກ:

  • ນອນຄວໍ່າລົງກັບພື້ນ ແຂນວາງໄວ້ຂ້າງລໍາຕົວ
  • ຫາຍໃຈເຂົ້າຊ້າໆພ້ອມກັບຍົກຂາ ແລະ ຫົວຂຶ້ນພ້ອມກັນ ໂດຍເກງຕົ້ນຂາດ້ານໃນໄວ້ເພື່ອໃຫ້ເຂົ່າງໍຂຶ້ນ
  • ຖີ້ມນໍ້າໜັກໄວ້ບໍລິເວນໜ້າທ້ອງ ຄ້າງໄວ້ປະມານ 1 ນາທີ ແລ້ວປ່ຽນທ່າ

yoga4_3

  1. ທ່ານັ່ງຢືດລໍາຕົວ (Paschimottanasana – Seated Forward Bend).

ຮ່າງກາຍຈະກໍາຈັດລະດັບຄໍເລດເຕີຣອນໄດ້ດີ ຫຼື ບໍ່ກໍຂຶ້ນຢູ່ກັບການເຮັດວຽກຂອງໝາກໄຂ່ຫຼັງ ເຊິ່ງທ່າໂຍຄະນີ້ຈະຊ່ວຍກະຕຸ້ນການເຮັດວຽກຂອງໝາກໄຂ່ຫຼັງໃຫ້ເຮັດວຽກໄດ້ຫຼາຍຂຶ້ນ.

ວິທີເຝິກ:

  • ເລີ່ມຕົ້ນດ້ວຍທ່ານັ່ງຢຽດຂາ ທັງ 2 ຂາແປະກັນ ຢຽດຫຼັງໃຫ້ຊື່ ຢຽດແຂນຊື່ໄປທັງ 2 ຂ້າງ
  • ຄ່ອຍໆໂນ້ມຕົວໄປແຕະປາຍຕີນ ຜ່ອນຄາຍຫົວ ແລະ ລໍາຄໍແລ້ວຈຶ່ງຄ່ອຍໆໂນ້ມຫົວມາແຕະທີ່ຫົວເຂົ່າ ຫາກແຕະບໍ່ເຖິງກໍໃຫ້ໂນ້ມເຂົ້າໄປໃຫ້ໃກ້ທີ່ສຸດ
  • ຄ້າງທ່ານີ້ໄວ້ປະມານ 5 ລົມຫາຍໃຈແລ້ວກັບສູ່ທ່າເກົ່າ

yoga4_4

  1. ທ່າເຄິ່ງຄັນໄຖ (ArdhaHalasana – Half Plough Pose).

ທ່າເຄິ່ງຄັນໄຖເປັນທ່າທີ່ຊ່ວຍທັງບໍລິຫານກ້າມຊີ້ນໜ້າທ້ອງ ແລະ ກ້າມຊີ້ນສະໂພກ ແລະ ຍັງຊ່ວຍກະຕຸ້ນການເຮັດວຽກຂອງລະບົບຫຼອດເລືອດໃຫ້ໄຫຼວຽນໄດ້ສະດວກຂຶ້ນ ນອກຈາກນີ້ຍັງຊ່ວຍເຮັດໃຫ້ອະໄວຍະວະພາຍໃນຊ່ອງທ້ອງເຮັດວຽກໄດ້ຢ່າງເຕັມປະສິດທິພາບຈຶ່ງເຮັດໃຫ້ຄໍເລດເຕີຣອນທີ່ຢູ່ໃນຮ່າງກາຍຫຼຸດລົງ.

ວິທີເຝິກ:

  • ເລີ່ມຕົ້ນດ້ວຍທ່ານອນຫງາຍ ຂາຕິດກັນ ແຂນວາງໄວ້ຂາງລໍາຕົວ ຝາມືຄວໍ່າລົງ
  • ຍົກຂາຊ້າຍຂຶ້ນໃຫ້ຫຼາຍທີ່ສຸດ ແຕ່ບໍ່ເກີນມູມຕັ້ງສາກ ຂາຢຽດໃຫ້ຊື່
  • ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ ເລີ່ມໃໝ່ອີກຄັ້ງ ແລ້ວປ່ຽນເຮັດອີກຂ້າງ
  • ເມື່ອຄົບທັງ 2 ຂ້າງແລ້ວໃຫ້ຍົກຂາທັງ 2 ຂ້າງຂຶ້ນໃຫ້ຫຼາຍທີ່ສຸດ ແຕ່ບໍ່ແມ່ນມູມຕັ້ງສາກ ເຂົ່າຢຽດຊື່
  • ຄ້າງໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ

yoga4_5

ແບ່ງປັນ