Breaking News

ແຕ່ງໜ້າໃຫ້ຖ່າຍຮູບພາບງາມ

ແບ່ງປັນ

    ແຕ່ງໜ້າໃຫ້ຖ່າຍຮູບພາບງາມ

ປັດຈຸບັນນີ້ ເຮົາຢູ່ໃນໂລກຂອງການຖ່າຍຮູບພາບບໍ່ວ່າຈະໄປໃສ ຫຼື ເຮັດຫຍັງເຮົາກໍຖ່າຍຮູບພາບເຖິງແມ່ນວ່າເຮົາບໍ່ຖ່າຍໝູ່ເພື່ອນກໍຖ່າຍແຕ່ເມື່ອຖ່າຍອອກມາແລ້ວມັນອາດຈະບໍ່ງາມ ແລະ ມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ໄດ້ນໍາເອົາວິທີໃນການແຕ່ງໜ້າແນວໃດເພື່ອເວລາຖ່າຍຮູບພາບອອກມາແລ້ວງາມມາຝາກ.

  • ເຮັດໃຫ້ດວງຕາສົດໃສ: ການເຮັດໃຫ້ດວງຕາສົດໃສ ບໍ່ອິດເມື່ອຍ ຫຼື ດວງຕາຂຸ້ນມົວ ເປັນຫົວໃຈສໍາຄັນຂອງການຖ່າຍຮູບພາບ ເພາະຖ້າດວງຕາສົດໃສພາກສ່ວນອື່ນໆຂອງໃບໜ້າກໍງາມຄືກັນ ວິທີສ້າງຄວາມສົດໃສໃຫ້ດວງຕາກໍຄື ຢອດນໍ້າຢາຢອດຕາເຢັນໆລົງໄປປະມານຢອດໜຶ່ງສອງຢອດກ່ອນເລີ່ມແຕ່ງໜ້າ.
  • ກຽມຜິວພັນໃຫ້ນຸ້ມນຽນ ບໍ່ແຫ້ງ: ດ້ວຍການລ້າງໜ້າໃຫ້ສະອາດ ແລະ ມາດສ໌ໜ້າປະມານ 10-15 ນາທີ ເພື່ອຄວາມພ້ອມ ຫຼື ອາດຈະໃຊ້ຄີມບໍາລຸງຜິວພັນເພີ່ມຄວາມຊຸ່ມໃຫ້ກັບໃບໜ້າກໍ່ໄດ້.
  • ເລືອກຮອງພື້ນໃຫ້ເໝາະສົມກັບສະພາບຜິວພັນ ແລະ ສີຜິວພັນ: ຢ່າໃຊ້ສີທີ່ຈາງເກີນໄປ ແລະ ບໍ່ເຂັ້ມຈົນເກີນໄປເລືອກສູດທີ່ເໝາະສົມກັບສະພາບຜິວພັນຢ່າໃຫ້ມັນ ຫຼື ສະທ້ອນແສງຫຼາຍເກີນໄປ.
  • ທາຄອນຊີເລີ (Concealer) ໃນຈຸດທີ່ຕ້ອງການເນັ້ນໃຫ້ເດັ່ນ: ໃຊ້ໃນປະລິມານພຽງເລັກໜ້ອຍກໍ່ພໍ ແລະ ຕ້ອງໃຫ້ເຂົ້າກັບສີຜິວທໍາມະຊາດ ທາໃຫ້ສະໝໍ່າສະເໝີຢ່າໃຫ້ເຫັນເປັນຈຸດ.
  • Highlights ໃນຈຸດສໍາຄັນ ເຊັ່ນ: ບໍລິເວນແກ້ມ, ສັນດັງ, ຕາ ແຕ່ລະວັງຢ່າເລືອກໃຊ້ສີທີ່ສະທ້ອນ ຫຼື ເງົາຫຼາຍເກີນໄປ.
  • ແຕ້ມຄິ້ວໃຫ້ເຂັ້ມຂຶ້ນ: ເພາະຄິ້ວຖືວ່າເປັນຈຸດເດັ່ນເທິງໃບໜ້າ ເລືອກສໍແຕ້ມຄິ້ວ ຫຼື ໄມ້ປັດຄິ້ວໃນສີທີ່ເຂັ້ມກວ່າສີຂອງຄິ້ວທໍາມະຊາດ.
  • ແຕ່ງຕາໃຫ້ເດັ່ນ: ສໍາລັບການຖ່າຍຮູບພາບ ການແຕ່ງຕາແນວ Smoky-Eyes ນັ້ນບໍ່ຄ່ອຍເໝາະສົມ ຄວນເລືອກສີທີ່ເປັນທໍາມະຊາດ ແລະ ໃຊ້ສີນໍ້າຕານເຂັ້ມ ຫຼື ດໍາອ່ອນໆແຕ້ມຂອບຕາ ຕາມດ້ວຍມາສ໌ຄ່າລ່າເພື່ອໃຫ້ຂົນຕາໜາງອນງາມ.
  • ປັດແກ້ມໃຫ້ເປັນທໍາມະຊາດ ແລະ ປັດໃຫ້ເຂົ້າກັນ: ຈຸດທີ່ເໝາະສົມຄືບໍລິເວນກະດູກແກ້ມ.
  • ລິບສະຕິກສີແດງ: ການໃຊ້ລິບສະຕິກສີເຂັ້ມຈະເປັນເທນສ໌ທີ່ນິຍົມກັນ ເພາະເຮັດໃຫ້ສົບເບິ່ງນ້ອຍລົງ ແຕ່ຖ້າເປັນການຖ່ຍຮູບພາບແລ້ວ ເລືອກສີແດງເຊີຣີ່ເປັນພື້ນ ແລະ ເພີ່ມຄວາມເງົາງາມດ້ວຍລິບມັນ ຈະຊ່ວຍເຮັດໃຫ້ທ່ານໂດດເດັ່ນຫຼາຍກວ່າຄົນອື່ນແນ່ນອນ.

 

ແບ່ງປັນ