Breaking News

ຂໍ້ຄວນຮູ້ກ່ຽວກັບອາຫານເສີມ-ເສີມອາຫານ

ແບ່ງປັນ

ຂໍ້ຄວນຮູ້ກ່ຽວກັບອາຫານເສີມ-ເສີມອາຫານ

  • ຄວາມໝາຍຂອງອາຫານເສີມ ຫຼື ເສີມອາຫານ.
  • ອາຫານເສີມຕາມທໍາມະຊາດ ເຫັນໄດ້ຕັ້ງແຕ່ຕອນເປັນເດັກນ້ອຍຕ້ອງມີອາຫານເສີມໃຫ້ທານຄູ່ກັບນົມແມ່ເພື່ອໃຫ້ຮ່າງກາຍແຂງແຮງ ແລະ ຈະເລີນເຕີບໃຫຍ່ເຊັ່ນ: ໝາກກ້ວຍບົດ, ຜັກບົດ ຫຼື ນົມຝຸ່ນເພື່ອໃຫ້ໄດ້ຮັບສານອາຫານຄົນຖ້ວນ.
  • ອາຫານເສີມເມື່ອຮ່າງກາຍມີສາອາຫານບໍ່ຄົບ ຫຼື ບໍ່ພຽງພໍ ອາດຈະເປັນຍ້ອນເງື່ອນໄຂຫຼາຍໆຢ່າງເຮັດໃຫ້ເກີດສະພາບຂາດສານອາຫານ.
  • ຜະລິດຕະພັນອາຫານຕ່າງໆທີ່ເສີມຈາກອາຫານຫຼັກທີ່ເຮົາກິນປົກກະຕິ.
  • ຕ້ອງການອາຫານເສີມເພື່ອບໍາລຸງສຸຂະພາບ: ເມື່ອຕ້ອງການບໍາລຸງຮ່າງກາຍ ແລະ ເສີມສ້າງສຸຂະພາບຈຶ່ງມີການເພີ່ມອາຫານເສີມໃຫ້ຮ່າງກາຍ ຖ້າໄດ້ຮັບສານອາຫານບໍ່ຄົບຈຶ່ງຕ້ອງຫາຜະລິດຕະພັນເສີມອາຫານໃຫ້ຮ່າງກາຍເພື່ອໃຫ້ສຸຂະພາບດີ ທັງເພື່ອບໍາລຸງສະໝອງ, ບໍາລຸງເສັ້ນຜົມ, ບໍາລຸງສາຍຕາ, ບໍາລຸງກະດູກເຊັ່ນ: ວິຕາມິນ, Calcium, ຄໍລາເຈນ ແລ້ວແຕ່ຜູ້ບໍລິໂພກຕ້ອງການອາຫານເສີມ ຫຼື ຕ້ອງການບໍາລຸງໃນດ້ານໃດໃຫ້ກັບຮ່າງກາຍ.
  • ປ້ອງກັນພະຍາດດ້ວຍອາຫານເສີມ: ອາຫານເສີມເປັນອີກທາງເລືອກທີ່ສໍາຄັນ ເຊິ່ງເຮົາຕ່າງຮູ້ວ່າການປ້ອງກັນດີກວ່າການແກ້ໄຂ ເພາະຖ້າເກີດພະຍາດ ຫຼື ເຈັບປ່ວຍຂຶ້ນມາແລ້ວຕ້ອງເຮັດການປິ່ນປົວຈະເຮັດໃຫ້ເກີດຜົນເສຍຫຼາຍກວ່າ ບໍ່ວ່າສຸຂະພາບຈະຊຸດໂຊມລົງ, ເສຍເວລາ, ມີຄ່າໃຊ້ຈ່າຍຫຼາຍ ເມື່ອຄົນເຮົາເກີດຄວາມຢ້ານວ່າຈະເປັນພະຍາດນັ້ນພະຍາດນີ້ ຖ້າສາມາດປ້ອງກັນ ຫຼື ຫຼີກໄດ້ກໍຕ້ອງຫາສານອາຫານເສີມຕ່າງໆມາບໍລິໂພກປ້ອງກັນໄວ້ກ່ອນ.
  • ອາຫານເສີມເພື່ອການປິ່ນປົວ ແລະ ແກ້ໄຂຈຸດບົກພ່ອງ: ຖ້າຮ່າງກາຍເກີດສະພາບອ່ອນແອເປັນພະຍາດ, ເຈັບໄຂ້ຂຶ້ນມາບໍ່ວ່າຫຍັງທີ່ວ່າດີທີ່ສາມາດປິ່ນປົວອາການເຈັບປ່ວຍ ຫຼື ປິ່ນປົວພະຍາດໄດ້ເຮົາຕ້ອງເລືອກມາບໍລິໂພກເປັນອັນດັບທໍາອິດຕໍ່ຈາກການປິ່ນປົວກັບແພດ ເພາະເມື່ອເກີດພະຍາດແລ້ວລ້ວນແຕ່ຈະຕ້ອງຫາວິທີການປິ່ນປົວໃຫ້ດີຂຶ້ນແນ່ນອນ ຈຶ່ງຕ້ອງເພິ່ງອາຫານເສີມປະເພດຕ່າງໆມາບໍລິໂພກເພີ່ມເຕີມແນ່ນອນບໍ່ວ່າຈະເປັນເລື່ອງນ້ອຍທົ່ວໄປເຊັ່ນ: ອາຫານເສີມເພື່ອປິ່ນປົວສິວ.
  • ເລືອກອາຫານເສີມເພາະເຊື່ອຈາກການໂຄສະນາທາງການຄ້າ: ເມື່ອເກີດຄວາມບໍ່ພໍໃຈໃນສິ່ງທີ່ເປັນຢູ່ ຫຼື ປາດຖະໜາຄວາມສວຍຄວາມງາມທີ່ຫຼາຍຂຶ້ນ ສິນຄ້າຫຼື ຜະລິດຕະພັນໃດທີ່ແກ້ໄຂຈຸດບົກພ່ອງນັ້ນໄດ້ຜູ້ບໍລິໂພກກໍຈະມາໃຫ້ຄວາມສົນໃຈ ແລະ ເລືອກຫາຜະລິດຕະພັນເສີມອາຫານນັ້ນໆ ຕາມຄໍາໂຄສະນາທາງການຄ້າມາບໍລິໂພກທັນທີເຊັ່ນ: ຢາກຂາວໃຫ້ໃຊ້ອາຫານເສີມເພື່ອຜິວຂາວ, ຢາກຈ່ອຍກໍໃຊ້ອາຫານເສີມຫຼຸດຄວາມຕຸ້ຍ ແລະ ອື່ນໆອີກຫຼາຍປະເພດ ສັບພະຄຸນຕ່າງໆອາດເປັນຄວາມເຊື່ອ ແລະ ເປັນສັບພະຄຸນທີ່ເກີນຄວາມເປັນຈິງ ຄວນສຶກສາໃຫ້ດີວ່າຄວາມຈິງແລ້ວຮ່າງກາຍເຮົາຕ້ອງການສິ່ງໃດແທ້.

Portrait of happy smiling woman showing bottle with pills, isolated on white background

ແບ່ງປັນ