Breaking News

ຫົວເຫວີຍ ຈະເປັນສະມາດໂຟນອັນດັບໜຶ່ງໃນອາຊີ ປາຊີຟິກ

ແບ່ງປັນ

ຕາມການລາຍງານຫຼ້າສຸດ ໃນການຄາດຄະເນຂອງໜ່ວຍກົນລະຍຸດ ສະມາດໂຟນແບບໄຮ້ສາຍ (WSS): ການຄາດຄະເນຂອງການຈັດສົ່ງ ສະມາດໂຟນທົ່ວໂລກ ຕາມຜູ້ຈໍາໜ່າຍ ຕາມຂົງເຂດ ຕາມໄຕມາດ 2015-2017, ຫົວເຫວີຍຈະເໜືອກວ່າ Samsung ແລະ ກາຍເປັນ ຜູ້ຈໍາໜ່າຍ ສະມາດໂຟນທີ່ໃຫຍ່ທີ່ສຸດໂດຍປະລິມານໃນອາຊີປາຊີຟິກ ໃນປີ 2017 ດ້ວຍສ່ວນແບ່ງການຕະຫຼາດ 11%.

ອາຊີປາຊີຟິກ ຍັງຄົງເປັນຂົງເຂດທີ່ໃຫຍ່ທີ່ສຸດສໍາລັບຫົວເຫວີຍ, ມີຜົນເຖິງ 65% ຂອງສ່ວນແບ່ງປະລິມານສະມາດໂຟນໃນໄລຍະເຄິ່ງປີທໍາອິດຂອງປີ 2016. ພວກເຮົາເຊື່ອວ່າ ອາຊີຍັງຈະສືບຕໍ່ສ້າງ Lion’s Share ໃນຮູບພາບ ລະດັບໂລກຂອງຫົວເຫວີຍ. ແນວໃດກໍ່ຕາມ, ຜູ້ຈໍາໜ່າຍຊາວຈີນນີ້ ກໍາລັງ ເພີ່ມປະລິມານຢ່າງວ່ອງໄວໃນ ເອີລົບຕາເວັນຕົກ ແລະ ອາຟຣິກາ ຕາເວັນອອກກາງໃນໄລຍະສອງສາມປີທີ່ຜ່ານມາ.

ຫົວເຫວີຍຢູ່ພາຍໃຕ້ຂະບວນການຂອງການສ້າງຕົວເອງໃຫ້ເປັນຜູ້ຫຼິ້ນ ສະມາດໂຟນຂັ້ນສູງໃນລະດັບໂລກ ແລະມັນຊ່ວຍໃຫ້ຫຼຸດຄວາມເຊື່ອໝັ້ນ ໃນຕະຫຼາດຈີນທີ່ມີການແຂ່ງຂັນກັນຢ່າງດຸເດືອດ. ໃນພື້ນຖານການ ຂະຫຍາຍໂຕດັ່ງກ່າວ ແມ່ນຊ່ວຍຍົກລະດັບການຮັບຮູ້ໃນຄວາມເປັນ ຫົວເຫວີຍ, ກົນລະຍຸດຂະຫຍາຍຊ່ອງທາງທີ່ມີປະສິດທິພາບ, ຜົນງານທີ່ມີ ຫຼາຍຮູບແບບຂອງຜະລິດຕະພັນ ແລະ ຄວາມຄິດລິເລີ່ມຂອງການຕະຫຼາດ ທີ່ມີປະສິດທິພາບ, ຫົວເຫວີຍຢູ່ເທິງເສັ້ນທາງທີ່ຖືກຕ້ອງ ທີ່ຈະຄວ້າໄດ້ສ່ວນ ແບ່ງການຕະຫຼາດທີ່ຫຼາຍຂຶ້ນໃນຕະຫຼາດຕ່າງປະເທດ ນອກປະເທດຈີນ.

ພວກເຮົາຄາດວ່າ Samsung ແລະ Apple ອາດສືບຕໍ່ຮັກສາສອງອັນດັບ ສູງສຸດ ໃນຕະຫຼາດສະມາດໂຟນທົ່ວໂລກໃນປີ 2017, ຕາມດ້ວຍ ຫົວເຫວີຍ, OPPO, Vivo, Xiaomi ແລະອື່ນໆ.

ແບ່ງປັນ