Breaking News

ສາທຸ! “ໃຫ້ເລືອດ ໃຫ້ຊີວິດ” ກິດຈະກຳ ບໍລິຈາກເລືອດ ທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ!!!

ແບ່ງປັນ

“ຂໍຂອບໃຈ ຜູ້ຮ່ວມບໍລິຈາກເລືອດທຸກທ່ານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮ້ານຕົວແທນ ຈຳໜ່າຍ ລົດຈັກຮອນດ້າ 3s ທົ່ວປະເທດ ຮ່ວມກັບ ອົງການກະແດງລາວ ຍອດລວມທັງໝົດ 609 ຖົງ”

ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2017 ໄດ້ມີພິທີຖະແຫຼງຂ່າວ ກິດຈະກຳ ບໍລິຈາກເລືອດ ຈັດຂຶ້ນໂດຍ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ໂດຍທ່ານ ດຣ ຈັນໄຊ ກຽດສີທະນາກອນ (ປະທານກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ສະເໜີ ຈຸນລະມະນີ (ຮອງປະທານ ກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ຄຳຮຸ່ງ ເຮືອງວົງສີ (ປະທານອົງການກາແດງລາວ), ທ່ານ ດຣ ຈັນທະລາ ສຸສາຄອນ ຫົວໜ້າສູນເລືອດແຫ່ງຊາດ, ທ່ານ ເບນ ກຽດສີທະນາກອນ (ປະທານ ບໍລິສັດ ນິວຈິບເຊັງ ຈຳກັດ), ພ້ອມດ້ວຍແຂກຜູ້ຖືກເຊີນ ແລະ ສື່ມວນຊົນຈຳນວນຫຼາຍ.

ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ, ຮ້ານສາຂາຈຳໜ່າຍ ຮອນດ້າ 24ແຫ່ງ ຈາກ 10ແຂວງ, ໄດ້ຮ່ວມກັນຈັດກິດຈະກຳ ບໍລິຈາກເລືອດ ພາຍໃຕ້ຄຳຂວັນໃນຫົວຂໍ້ທີ່ມີຊື່ວ່າ ໃຫ້ເລືອດ ໃຫ້ຊີວິດ ເຊິ່ງກິດຈະກຳດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017. ໂດຍໄດ້ມີຜູ້ຮ່ວມບໍລິຈາກທີ່ເປັນ ພະນັກງານ ກຸ່ມບໍລິສັດ ພ້ອມນັກຮຽນ ນັກສຶກສາ ແລະ ປະຊາຊົນ ຜູ້ຊົມໃຊ້ຜະລິດຕະພັນຮອນດ້າ

 

  • ວັດຖຸປະສົງຂອງການ ບໍລິຈາກເລືອດໃນຄັ້ງນີ້ ມີດັ່ງລຸ່ມນີ້:
  1. ແມ່ນເພື່ອຕ້ອງການປູກຈິດສຳນຶກໃຫ້ແກ່ມວນຊົນມາເຂົ້າຮ່ວມໃນການບໍລິຈາກເລືອດ ນັບມື້ນັບກວ້າງຂວາງຂຶ້ນ
  2. ເພື່ອໄດ້ມາເຊິ່ງເລືອດທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ ທີ່ຕ້ອງການເລືອດ ຕາມໂຮງໝໍຕ່າງໆ
  3. ເພື່ອເປັນການປະກອບສ່ວນ ເພື່ອສ້າງສາຜົນງານ ຄຳນັບຮັບຕ້ອນ ວັນຊາດທີ່ 2 ທັນວາ ຄົບຮອບ 42 ປີ
  4. ເພື່ອສະເຫຼີມສະຫຼອງ ການສ້າງຕັ້ງ ບໍລິສັດ ນິວຈິບເຊັງ ຈຳກັດຄົບຮອບ 42 ປີ

  • ຜ່ານການຈັດກິດຈະກຳໃນຄັ້ງນີ້ສາມາດສະຫຼຸບຕົວເລກ ໄດ້ດັ່ງລຸ່ມນີ້:
  1. ມີຜູ້ສະໝັກບໍລິຈາກເລືອດທັງໝົດ 1,282 ຄົນ
  2. ຈຳນວນຖົງເລືອດທີ່ໄດ້ຮັບທັງໝົດ 609 ຖົງ

ສຳລັບກິດຈະກຳການບໍລິຈາກເລືອດໃນຄັ້ງນີ້ແມ່ນເປັນຄັ້ງທຳອິດ ທີ່ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ແລະ ກໍເຫັນໄດ້ວ່າໄດ້ຮັບຜົນໝາກຜົນດີພໍສົມຄວນ. ບໍລິສັດ ນິວຈິບເຊັງ ຍັງມີແຜນທີ່ຈະຈັດກິດຈະກຳ ບໍລິຈາກເລືອດ ປີລະຄັ້ງ, ເພື່ອໃຫ້ກາຍເປັນປະເພນີປະຕິບັດ ສຶບເນື່ອງຕໍ່ໄປເລື້ອຍໆ, ພ້ອມນີ້ ບໍລິສັດ ນິວຈິບເຊັງ ຂໍເຊີນຊວນ ບັນດາ ບໍລິສັດຫ້າງຮ້ານຕ່າງໆ ທັງນ້ອຍ ແລະ ໃຫ່ຍ ເຂົ້າມາມີສ່ວນຮ່ວມ ໃນກິດຈະກຳການບໍລິຈາກເລືອດ ຕາມເງື່ອນໄຂ ແລະ ຄວາມສາມາດຂອງທ່ານ ຊື່ງເປັນການສ້າງບຸນກຸສົນຮ່ວມກັນ.

ແບ່ງປັນ