Breaking News

“ການຂົ່ມຂືນ” ອາຊະຍາກໍາຮ້າຍແຮງທີ່ສຸດຂອງແມ່ຍິງ

ແບ່ງປັນ

 “ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ”

 “ການຂົ່ມຂືນ” ຄວາມຮຸນແຮງທາງເພດ ທີ່ເປັນອາຊະຍາກຳຮ້າຍແຮງທີ່ສຸດໃນປະຫວັດສາດມະນຸດ ທີ່ເພດຊາຍກະທຳຕໍ່ເພດຍິງ ແລະຍັງຄົງເກີດຂຶ້ນຊ້ຳໆມາຮອດປະຈຸບັນ ຫຼາຍໆຄົນອາດຈະເຂົ້າໃຈວ່າ ສາຍເຫດຂອງການຂົ່ມຂືນ ແມ່ນມາຈາກ “ຄວາມຕ້ອງການທາງເພດ” ຂອງຜູ້ຊາຍທີ່ມັນຫຼວງຫຼາຍຈົນບໍ່ສາມາດຄວບຄຸມໄດ້ ໂດຍສະເພາະເມື່ອ ພົບກັບປັດໄຈກະຕຸ້ນເຊັ່ນ: ເຫັນແມ່ຍິງທີ່ແຕ່ງຕົວໂປ້, ດື່ມສິ່ງມຶນເມົາ ຫຼືໃຊ້ຢາເສບຕິດ ເຮັດໃຫ້ຊາຍຄົນດັ່ງກ່າວກາຍເປັນປີສາດຮ້າຍ ລົງມືລ່ວງລະເມີດທາງເພດບຸກຄົນອື່ນໄດ້

ແຕ່ຈາກການສຶກສາພັດບໍ່ໄດ້ເປັນດັ່ງຫຼາຍຄົນຄິດເດີ້ ຄວາມຈິງແລ້ວ ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ ເຫັນພໍ່ແມ່ຕີກັນ ຫຼືຖືກໃຊ້ຄວາມຮຸນແຮງມາແຕ່ນ້ອຍ ມີປົມດ້ອຍ ຮູ້ສຶກບໍ່ມີຄຸນຄ່າ ຫຼືມີບັນຫາສຸຂະພາບຈິດ ຊາຍຄົນດັ່ງກ່າວຈຶ່ງຕ້ອງການສະແດງ “ອຳນາດ” ທີ່ເໜືອກວ່າແມ່ຍິງ ຜ່ານພຶດຕິກຳ “ຂົ່ມຂືນ” ຢາກເຫັນແມ່ຍິງຢ້ານກົວ ແຄ້ນໃຈ ຫຼືເຈັບປວດ ເພື່ອໃຫ້ຮູ້ສຶກວ່າຕົນເອງເປັນ “ຜູ້ຊະນະ” (ທີ່ຈິງກໍສາມາດເອົາຊະນະໄດ້ດ້ວຍວິທີອື່ນ ແຕ່ຜູ້ຊາຍແບບນີ້ຄຶດບໍ່ອອກ)

ຜູ້ຂົ່ມຂືນ (Rapist) ສາມາດແບ່ງອອກໄດ້ເປັນ 4 ປະເພດດັ່ງຕໍ່ໄປນີ້:

  1. ເປັນກຸ່ມທີ່ມີຈິດໃຈປົກກະຕິ ແຕ່ມີລັກສະນະຂອງຄວາມເປັນເດັກນ້ອຍສູງ ການພັດທະນາທາງເພດອາດຍັງຊ້າ ແລະອາດເປັນຄົນທີ່ຢ້ານແມ່ຍິງ ເພາະໃນຊີວິດຈິງ ເຂົາອາດຢ້ານແມ່ຫຼາຍ ເຫັນແມ່ມັກຮ້າຍພໍ່ ຫຼືຮ້າຍຕົວເຂົາເອງຕອນຍັງນ້ອຍ ຜູ້ຊາຍກຸ່ມນີ້ເມື່ອເຫຼົ້າເຂົ້າປາກ ມັກມີພຶດຕິກຳຫຍາບຄາຍ ກ້າເຮັດໃນສິ່ງທີ່ກົງກັນຂ້າມກັບຊີວິດຈິງຂອງເຂົາໄດ້ ຈາກທີ່ເຄີຍງຽບໆ ນິ່ງໆ ຂີ້ອາຍ ຈະກ້າຂົ່ມຂືນແມ່ຍິງ ສ່ວນຫຼາຍມັກເກີດຂຶ້ນກັບ ແມ່ຍິງທີ່ໄວ້ໃຈ ກ້າໃຫ້ໄປສົ່ງຢູ່ເຮືອນຕອນເດິກໆ ຫຼືເວລາທີ່ຢູ່ກັບແມ່ຍິງຕາມລຳພັງ ຜູ້ຊາຍກກຸ່ມນີ້ ເມື່ອສວ່າງເມົາແລ້ວ ມັກຈະຮູ້ສຶກຕົວ ແລະຮູ້ສຶກກິນແໜງ ແຕ່ເວລາເມົາກໍຈະເຮັດອີກ ເປັນພວກຕິດເຫຼົ້າ ມີຊີວິດຊຶມເສົ້າ ເຫງົາໆ ສາວໆລະວັງຜູ້ຊາຍແບບນີ້ດີໆເດີ້
  2. ກຸ່ມຊາດິດ (Sadism) ມີຄວາມສຸກກັບການມີເພດສຳພັນ ທີ່ເຫັນອີກຝ່າຍໜຶ່ງເຈັບປວດ ຫຼືຢ້ານກົວ ສະນັ້ນ ສຽງຮ້ອງ ຫຼືການເຫັນແມ່ຍິງເຈັບປວດ ທໍລະມານ ຈຶ່ງເພີ່ມອາລົມທາງເພດໃຫ້ແກ່ຄົນກຸ່ມນີ້ ກຸ່ມນີ້ຕອນຍັງນ້ອຍ ຂາດຄວາມຮັກແລະບໍ່ມີຄວາມສຸກຢ່າງຮຸນແຮງ ຈຶ່ງຢາກເຫັນຄົນອື່ນທຸກທໍລະມານ ຄືກັນກັບຕົນເອງ
  3. ກຸ່ມມັກຕໍ່ຕ້ານສັງຄົມ ຫຼືນັກເລງ ຢາກແຫກກົດເກນສັງຄົມ ລະເມີດກົດໝາຍ ພວກນີ້ຄຽດແຄ້ນສັງຄົມ ຄິດວ່າຕົນເອງຖືກເອົາປຽບ ບໍ່ໄດ້ຮັບຄວາມເປັນທຳ ອິດສາຄົນອື່ນ ນິໄສແຂງກະດ້າງ ອາດກໍ່ເຫດຂົ່ມຂືນເປັນກຸ່ມ
  4. ກຸ່ມຜູ້ປ່ວຍທາງຈິດ ເວລາກໍ່ເຫດຈະບໍ່ຮູ້ຕົວ ອາດມີອາການປະສາດຫຼອນ ໄດ້ຍິນສຽງໃນຫູ ໄດ້ຍິນສຽງສັ່ງໃຫ້ຂົ່ມຂືນ ຫຼືມີຄວາມຜິດປົກກະຕິດ້ານຄວາມຄິດ ຄິດແປກໆ ຕີຄວາມຜິດໆ ເຊິ່ງຄົນກຸ່ມນີ້ຕ້ອງໄດ້ເຂົ້າຮັບການປິ່ນປົວກັບຈິດຕະແພດ

ແນວໃດກໍຕາມ “ການຂົ່ມຂືນ” ບໍ່ວ່າຈະເກີດຂຶ້ນຈາກ ຜູ້ຊາຍທີ່ປ່ວຍທາງຈິດ ຫຼືມີບາດແຜທາງໃຈ ກໍຖືວ່າມີໂທດທາງອາຍາ ເພາະເປັນພຶດຕິກຳທີ່ໂຫດຮ້າຍ ປ່າເຖື່ອນ ລະເມີດສິດທິ ແລະທຳລາຍກຽດສັກສີຂອງແມ່ຍິງ ສະນັ້ນ ຫາກເຮົາຕົກເປັນຜູ້ຖືກຂົ່ມຂືນ ອັນດັບທຳອິດ ໃຫ້ຕັ້ງສະຕິ ໄປໂຮງໝໍເພື່ອໃຫ້ແພດກວດຮ່າງກາຍ ແລະເກັບກຳຫຼັກຖານ ຮ່ອງຮອຍຕ່າງໆ ແລ້ວຈຶ່ງນຳຫຼັກຖານດັ່ງກ່າວ ເຂົ້າແຈ້ງຄວາມຕໍ່ອຳນາດການປົກຄອງ ຫຼືເຈົ້າໜ້າທີ່ບ້ານເມືອງ ເພື່ອເອົາຜິດຕໍ່ຜູ້ກະທຳໃຫ້ເຖິງທີ່ສຸດ ຈື່ໄວ້ວ່າ ການປົກປິດ ຫຼືມິດງຽບ ຢ້ານຄວາມອັບອາຍ ກໍຄືການປ່ອຍໃຫ້ ຜູ້ຂົ່ມຂືນ (Rapist) ມີໂອກາດໄປລ່ວງລະເມີດແມ່ຍິງຄົນອື່ນໆແບບບໍ່ສິ້ນສຸດ

ແບ່ງປັນ