Breaking News

Lip Tint ທີ່ໄດ້ຮັບຄວາມນິຍົມ

ແບ່ງປັນ

         Lip Tint ທີ່ໄດ້ຮັບຄວາມນິຍົມ

  • Benefit Benetint: ແບບນໍ້າທີ່ເຮັດມາຈາກນໍ້າດອກກຸລາບ ທາແລ້ວຈະໄດ້ຮີມສົບ ແລະ ແກ້ມສີບົວຄືເອົາກີບກຸຫຼາບແທ້ໆມາທາເລີຍສາວໆ ແລະ ທີ່ສໍາຄັນຕິດໄດ້ດົນ ແລະ ສາມາດໃຊ້ໄດ້ງ່າຍໆເປັນອີກຕົວໜຶ່ງເລີຍທີ່ສາວໆຄວນມີໄວ້.

 

r9501

  • Mistine Dream Lip And Tint: ສາວໆທີ່ຢາກມີຮີມສົບທີ່ງາມໆແບບດາລາ Lip Tint ຕົວນີ້ລະທີ່ສາວໆກໍາລັງຊອກຫາ ທາແລ້ວສີສັນສວຍງາມຕິດດົນໃນຫຼອດດຽວກັນທີ່ມີທັງ Lip Tint ແລະ ລິບມັນ ເຮັດໃຫ້ຮີມສົບມີມິຕິຫຼາຍຂຶ້ນ.

r9504

  • Etude House Dear Darling Tint: ເລີ່ມກັນທີ່ Lip Tint ສຸດຮິດຈາກແບຣນເກົາຫລີ ດີຊາຍໜ້າຮັກໆຕົວນີ້ທາແລ້ວຕິດດົນດີ ແລະ ຍັງມີກິ່ນຫອມຫຼາຍໆໃຊ້ໄດ້ທັງແກ້ມທັງປາກ ທາແລ້ວຈະຊ່ວຍໃຫ້ຮີມສົບແດງເປັນທໍາມະຊາດ ພວງແກ້ມແດງອົມບົວ ຖືວ່າເປັນລິບສະຕິກທີ່ສາວໆເກົາຫລີເຂົານິຍົມກັນຫຼາຍ ຖ້າສາວໆຄົນໃດທີ່ບໍ່ຢາກຕົກເທຣນກໍ່ໄປຊອກມາໃຊ້ເລີຍ.

r9500_1

  • In 2 It Gel Tint Lip Tint: ເຈວແບບຈຸ່ມທີ່ສາມາດໃຊ້ໄດ້ກັບທັງຮີມສົບ ແລະ ແກ້ມ ມີກິ່ນຫອມເລັກນ້ອຍໆ ເມື່ອທາແລ້ວຈະໄດ້ລຸກໃສໆເຊິ່ງສາວໆທີ່ເຄີຍໃຊ້ຢືນຢັນແລ້ວວ່າຕິດດົນ ແລະ ບໍ່ເຮັດໃຫ້ປາກແຫ້ງ.

r9502

  • Cathy Doll Petit TintLip Tint ດີຊາຍໜ້າຮັກມາໃນຮູບແບບລອດທີ່ສາມາດເອົາຕິດຕົວໄປໄດ້ສະດວກ ຕົວນີ້ທາແລ້ວສີສັນສົດໃສ ແລະ ຕິດໄດ້ດົນຄືກັບສະຕິກຍີ່ຫໍ້ອື່ນໆ ແຕ່ສິ່ງທີ່ແຕກຕ່າງກໍ່ຄືເປັນ Lip Tint ທີ່ມີຄວາມແວວວາວເໝາະກັບສາວໆໄວລຸ້ນທັງຫຼາຍ ເພາະທາແລ້ວຈະເຮັດໃຫ້ຮີມສົບງາມແບບເປັນທໍາມະຊາດອີກດ້ວຍ.

r9505

ແບ່ງປັນ